ກອງປະຊຸມຂອງສະພາແຂ່ງຂັນຍ້ອງຍໍສູນກາງ
ພາບ:internet
|
(vovworld)- ວັນທີ 27/12, ຢູ່ແຂວງຊອກຈັງ, ຄະນະກຳມະການກວດກາສູນກາງຈັດຕັ້ງກອງປະຊຸມພິຈາລະນາ, ຄັດເລືອກການແຂ່ງຂັນ, ຍ້ອງຍໍ 22 ແຂວງ, ນະຄອນ ຢູ່ພາກໃຕ້. ນີ້ແມ່ນໂອກາດເພື່ອໃຫ້ຄະນະກຳມະການກວດກາບັນດາຄະນະພັກແຂວງ, ນະຄອນ ທົບທວນຄືນບັນດາໝາກຜົນການເຄື່ອນໄຫວໃນປີຜ່ານມາ ພ້ອມກັນແລກປ່ຽນ, ຖອດຖອນບົດຮຽນໃນວຽກງານກວດກາ, ຕິດຕາມກວດກາ ແລະ ສະເຫນີຕໍ່ສູນກາງເພື່ອຍົກສູງຄຸນນະພາບປະສິດທິຜົນການເຄື່ອນໄຫວຂອງຄະນະກຳມການກວດກາທຸກຂັ້ນເພື່ອໃຫ້ສົມກັບບົດບາດທີ່ຕັ້ງແມ່ນອົງການຫລັກແຫລ່ງຂອງພັກ. ກອງປະຊຸມໄດ້ຮັບຟັງຄະນະກຳມະການກວດກາສູນກາງ ລາຍງານໝາກຜົນການຄາດຄະເນການພິຈາລະນາແຂ່ງຂັນສຳລັບຄະນະກຳມະການກວດກາບັນດາແຂວງ, ນະຄອນ.