ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຍົກສູງບົດບາດໄຈ້ແຍກຕີລາຄາ ວັນພຸດ ທີ 27 ພຶດສະພາ ຄ.ສ. 2015 | 17:18:48 (vovworld) – ຕອນເຊົ້າວັນທີ 27/5, ຢູ່ນະຄອນ ໂຮ່ຈິມິນ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງການຮັບຟັງຄວາມເຫັນຂອງວິສາຫະກິດຢູ່ນະຄອນ ກ່ຽວກັບບັນດາຂໍ້ຕິດຂັດ, ຄວາມຫຍຸ້ງຍາກໃນວິວັດການຜະລິດ, ການດຳເນີນທຸລະກິດ. ເຂົ້າຮ່ວມການໂອ້ລົມສົນທະນາມີວິສາຫະກິດ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງຂອງນະຄອນເປັນຈຳນວນຫຼວງຫຼາຍ. ນະທີ່ນີ້, ບັນດາວິສາຫະກິດສະເໜີສູນກາງແນວໂຮມປະເທດຊາດຫວຽດນາມ ຍົກສູງບົດບາດຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາກ່ອນ ແລະ ຫຼັງການສ້າງກົດໝາຍ, ພິເສດແມ່ນການຕິດຕາມກວດກາການປະຕິບັດກົດໝາຍ. ຄຽງຂ້າງນັ້ນ, ບັນດາວິສາຫະກິດກໍຍົກອອກບັນດາຂໍ້ຕິດຂັດຄື: ຂະແໜງການທີ່ກ່ຽວຂ້ອງບໍ່ທັນຄວບຄຸມໄດ້ສິນຄ້າປອມໃນຕະຫຼາດ, ກໍ່ຄວາມເສຍຫາຍໃຫ້ວິສາຫະກິດ, ລາຍຈ່າຍຂົນສົ່ງສູງຍ້ອນຄ່າ ຜ່ານຂົວ, ທາງບໍ່ເໝາະສົມ…ກ່ຽວກັບບັນຫາສ້າງກົດໝາຍ, ບັນດາວິສາຫະກິດຖືວ່າ: ກ່ອນທີ່ດຳເນີນການສ້າງກົດໝາຍ, ບັນດາຂະແໜງການທີ່ກ່ຽວຂ້ອງຄວນຮັບຟັງຄວາມເຫັນຂອງບັນດາສະຫະສະມາຄົມຂະແໜງອາຊີບ ແລະ ບັນດາຫົວໜ່ວຍທີ່ໄດ້ຮັບຜົນສະທ້ອນຈາກກົດໝາຍໂດຍກົງ. Tag vovworld vov ກຳມະການ ຂ່າວ/ບົດອື່ນ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ການຕ້ອນຮັບ ຄະນະການນຳ Asia Sociey ແລະ ເພື່ອນມິດອາເມລິກາຈຳນວນໜຶ່ງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ການພົວພັນ ຫວຽດນາມ - ອາເມລິກາ ເຫັນປະຈັກຕາບັນດາບາດກ້າວພັດທະນາຢ່າງແຮງ ກອງປະຊຸມສົມມຸດຖານ “ສະພາແຫ່ງຊາດໄວເດັກ” ຄັ້ງທີ 2 ມີຫຼາຍເນື້ອໃນໃໝ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ດຳເນີນບັນດາການພົບປະສອງຝ່າຍ ຢູ່ອາເມລິກາ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ການຕ້ອນຮັບ ຄະນະການນຳ Asia Sociey ແລະ ເພື່ອນມິດອາເມລິກາຈຳນວນໜຶ່ງ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ການພົວພັນ ຫວຽດນາມ - ອາເມລິກາ ເຫັນປະຈັກຕາບັນດາບາດກ້າວພັດທະນາຢ່າງແຮງ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ດຳເນີນບັນດາການພົບປະສອງຝ່າຍ ຢູ່ອາເມລິກາ
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ