ຄະນະກຳມະການເລືອກ ຕັ້ງໄທຮຽກຮ້ອງໂຈະ ການເລືອກຕັ້ງ


ຄະນະກຳມະການເລືອກ ຕັ້ງໄທຮຽກຮ້ອງໂຈະ ການເລືອກຕັ້ງ - ảnh 1

ການແຫ່​ຂະ​ບວນປະ​ທ້ວງ​​ໃນັວນທີ 12/5

(ພາບ: AFP/TTXVN)

(vovworld)- ​ ວັນ​ທີ 15/5, ຄະນະ​ກຳມະການ​ເລືອກ​ຕັ້ງ​ໄທ (EC) ​ໄດ້​ຮຽກຮ້ອງ​ໂຈະ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ ຊື່​ງຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 20/7 ຈະ​ມາ​ເຖິງ, ພາຍຫຼັງ​ເກີດ​ເຫດ​ບຸກ​ໂຈມ​ຕີ​ດ້ວຍປືນ ​ແລະ ໝາກ​ແຕກ​ແນ່​ໃສ່​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ຢູ່​ນະຄອນຫຼວງ​ບາງກອກ​ ໃນວັນດຽວ​ກັນ, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 3 ຄົນ​ເສຍ​ຊີວິດ ​ແລະ ອີກ 24 ຄົນ​ຖືກ​ບາດ​ເຈັບ.

   ພາຍ​ລັງ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ, ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານນັບ​ຮ້ອຍ​ຄົນ​ໄດ້​ບຸກ​ເຂົ້າຖານ​ທີ່ໝັ້ນຂອງ​ກອງທັບ​ອາກາດ​ທາງ​ທິດ​ເໜືອ​ນະຄອນຫຼວງ, ​ແຫ່ງ​ທີ່​ລັດຖະບານ​ພວມ​ຈັດການ​ປະຊຸມ​ກັບ​ບັນດາ​ເຈົ້າໜ້າ​ທີ່​ເລືອກ​ຕັ້ງ​ເພື່ອ​ກຳນົດ​ວັນ​ດຳ​ເນີນ​ການ​ປ່ອນ​ບັດ​ຄັ້ງ​ໃໝ່. ​ເຫດການ​ດັ່ງ​ຫ່າວ​ໄດ້​ເຮັດ​ໃຫ້​ທ່ານ​ ນາຍົກລັດ ຖະມົນຕີຊົ່ວຄາວ ນິ​ວັດທຳຣົງ ​ແລະ ບັນດາ​ທ່ານ​ລັດຖະມົນຕີ​ຕ້ອງ​ອອກ​ຈາກ​ການ​ປະຊຸມ./.

ຂ່າວ/ບົດ​ອື່ນ