(vovworld) – ວັນທີ 8/4, ຄະນະກຳມະການເລືອກຕັ້ງ ໄທ (EC) ຮັບຮູ້ວ່າ: ສະມາຊິກວຸດທິສະພາ 58 ທ່ານ ໄດ້ຮັບໄຊຊະນະໃນການເລືອກຕັ້ງວຸດທິສະພາເຊິ່ງຈັດຕັ້ງໃນວັນທີ 30/3 ຜ່ານມາ, ໃນຂະນະນັ້ນ, ຜູ້ອອກສະໝັກຮັບເລືອກຕັ້ງອີກ 19 ທ່ານພວມລໍຖ້າການສືບສວນຕື່ມອີກ. ວຸດທິສະພາ ໄທ ມີ 150 ທີ່ນັ່ງ, ໃນນັ້ນ ສະມາຊິກ 77 ທ່ານໄດ້ຮັບການເລືອກເຟັ້ນຈາກ 77 ແຂວງຂອງປະເທດນີ້, ສະມາຊິກ 73 ທ່ານໄດ້ຮັບການບົ່ງຕົວ. ທ່ານເລຂາທິການໃຫຍ່ EC ພູຈົງ ນຸດຕຣາວົງ ໃຫ້ຮູ້ວ່າ: ສະມາຊິກວຸດທິສະພາ 58 ທ່ານດັ່ງກ່າວຍາດໄດ້ບັດສະໜັບສະໜູນສູງທີ່ສຸດຢູ່ບັນດາແຂວງທີ່ເຂົາເຈົ້າອອກສະໝັກຮັບເລືອກຕັ້ງ ແລະ ບໍ່ມີການຮ້ອງຟ້ອງພາຍຫຼັງການເລືອກຕັ້ງ. ປະຈຸບັນ, EC ພວມສືບສວນບັນດາກໍລະນີຖືກຮ້ອງຟ້ອງສຳລັບຜູ້ອອກສະໝັກຮັບເລືອກຕັ້ງ 19 ທ່ານ ຍ້ອນຖືກກ່າວຫາລະເມີດກົດໝາຍວ່າດ້ວຍການເລືອກຕັ້ງໃນໄລຍະຫາສຽງເລືອກຕັ້ງ.