ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ
ກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ
(ພາບປະກອບ)
(vovworld) - ກ່າວຄວາມເຫັນທີ່ກອງປະຊຸມ ເຊິ່ງດຳເນີນໃນຕອນບ່າຍວັນທີ 22/10, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໃຫ້ຂໍ້ສັງເກດວ່າ, ໃນສະພາບການໂລກ, ພາກພື້ນມີການຫັນປ່ຽນຢ່າງໄວ ແລະ ສັບສົນນັ້ນ, ການຮ່ວມມືໃນ APEC ນັບມື້ນັບໄດ້ຮັບການເປີດກວ້າງ, ກ້າວເຂົ້າສູ່ລວງເລິກ; ບັນດາພື້ນຖານເສດຖະກິດສະມາຊິກລ້ວນແຕ່ຕັ້ງໜ້າຍົກອອກບັນດາຂໍ້ລິເລີ່ມຮ່ວມມືຢ່າງແທດຈິງໃນການຮ່ວມສຳພັນ ແລະ ພັດທະນາພາກພື້ນອາຊີ - ປາຊິຟິກ. ດັ່ງນັ້ນບັນດາກະຊວງ, ຂະແໜງການຂອງຫວຽດນາມ ທີ່ຮ່ວມມືກັບ APEC ຕ້ອງເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນ, ພິເສດແມ່ນກັບຟີລິບປິນ ແລະ ປຣູ ແລະ ຄະນະເລຂາ APEC ສາກົນ, ເພື່ອເປັນເຈົ້າການປະກອບສ່ວນເຂົ້າໃນຄວາມເອົາໃຈໃສ່ລວມ. ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ, ຫວຽດນາມ ເປັນເຈົ້າພາບຈັດ APEC 2017 ແມ່ນໜຶ່ງໃນບັນດາເຫດການພົວພັນຕ່າງປະເທດສຳຄັນທີ່ສຸດໃນວິວັດການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ. ດັ່ງນັ້ນທຸກກະຊວງ, ຂະແໜງການ, ອົງການ, ທ້ອງຖີ່ນ ຄວນມີຄວາມມານະພະຍາຍາມສູງສຸດ, ເພື່ອຮັບປະກັນໃຫ້ APEC 2017 ສຳເລັດຜົນໃນທຸກເນື້ອໃນ, ພື້ນຖານດ້ານວັດຖຸ, ການໂຄສະນາ, ວັດທະນະທຳ, ຄວາມປອດໄພ, ສາທາລະນະສຸກ. ບັນດາກະຊວງ, ຂະແໜງການທີ່ເປັນສະມາຊິກຄະນະກຳມະການແຫ່ງຊາດຄວນຂົນຂວາຍບັນດາພື້ນຖານເສດຖະກິດສະມາຊິກ APEC ສະໜັບສະໜູນ ແລະ ສົມທົບກັບຫວຽດນາມ ເພື່ອກະກຽມໃຫ້ APEC 2017.