ຄະນະກຳມາທິການວັດທະນະທຳ ສັງຄົມ ສະພາແຫ່ງຊາດ ລາວ ຢ້ຽມຢາມຫວຽດນາມ.
ທ່ານນາງຕ່ອງທິຟອງ ຮອງປະທານສະພາແຫ່ງຊາດຫວຽນາມ ຕ້ອນຮັບ
ສຈ ດຣ ພອນເທບ ພົນເສນາ ປະທານກຳມາທິການວັດທະນະທຳ ສັງຄົມ ສະພາແຫ່ງຊາດລາວ
( ພາບ:tinmoi.com )
(vovworld) - ຕອນບ່າຍວັນທີ 29/2 ຢູ່ ຮ່າໂນ້ຍ, ທ່ານນາງ ຕ່ອງທິຟອງ ຮອງປະທານສະພາແຫ່ງຊາດຫວຽດນາມໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກຳມາທິການວັດທະນະທຳ ສັງຄົມສະພາແຫ່ງຊາດ ລາວ ໂດຍສາດສະດາຈານ ດອກເຕີ ພອນເທບ ພົນເສນາ ປະທານກຳມາທິການວັດທະນະທຳ ສັງຄົມ ລາວ ນຳຫນ້າທີ່ພວມຢູ່ຢ້ຽມຢາມຫວຽດນາມ. ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟອງເນັ້ນຫນັກວ່າ: ຫວຽດນາມ ພ້ອມແລ້ວທີ່ຈະໄດ້ຕ້ອນຮັບຄະນະຜູ້ແທນຂອງບັນດາກຳມາທິການສະພາແຫ່ງຊາດລາວມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ເພື່ອແນໃສ່ເພີ່ມທະວີນ້ຳໃຈສາມັກຄີຮ່ວມມືຮອບດ້ານ ຫວຽດນາມ ລາວ. ທ່ານຮອງສາດສະດາຈານ ດອກເຕີ ພອນເທບ ພົນເສນາ ແຈ້ງໃຫ້ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟອງ ໄດ້ຮັບຊາບກ່ຽວກັບໝາກຜົນການເຮັດວຽກຂອງຄະນະກັບກຳມາທິການຈຳນວນຫນຶ່ງຂອງສະພາແຫ່ງຊາດຫວຽດນາມ ແລະ ໃຫ້ຮູ້ວ່າ: ສອງຝ່າຍຢາກແບ່ງປັນຂໍ້ມູນຂ່າວສານ, ບົດຮຽນໃນການເຄື່ອນໄຫວນິຕິບັນຍັດ, ຕິດຕາມກວດກາການຈັດຕັ້ງການປະຕິບັດກົດໝາຍທີ່ຂຶ້ນກັບຂົງເຂດສັງຄົມ, ວັດທະນະທຳ, ວິທະຍາສາດເຕັກໂນໂລຊີ.