(VOVWORLD) - ໃນໄລຍະປະຕິບັດໜ້າທີ່ກູ້ໄພກູ້ຊີບຢູ່ນະຄອນຫຼວງ Naypyitaw ຂອງ ມຽນມາ, ວັນທີ 05 ເມສາ, ຄະນະກູ້ໄພກູ້ຊີບຂອງກະຊວງຕຳຫຼວດ ຫວຽດນາມ ສືບຕໍ່ປະຕິບັດວຽກງານຊ່ວຍເຫຼືອຊີວິດການເປັນຢູ່ຂອງປະຊາຊົນ ມຽນມາ ທີ່ຖືກຜົນກະທົບຈາກເຫດແຜ່ນດິນໄຫວ.
ຄະນະກູ້ໄພກູ້ຊີບກະຊວງຕຳຫຼວດ ມອບເຄື່ອງບັນເທົ່າທຸກໃຫ້ແກ່ປະຊາຊົນ ມຽນມາ (ພາບ: TTXVN) |
ຕອນບ່າຍວັນທີ 05 ເມສາ, ຄະນະກູ້ໄພກູ້ຊີບກະຊວງຕຳຫຼວດ ໄດ້ມອບຕູບກາງສະໜາມ, ຢຸກຢາ ແລະ ອຸປະກອນການແພດຈຳນວນໜຶ່ງໃຫ້ແກ່ໂຮງໝໍ 1000 ຕຽງ, ເຊິ່ງເປັນໂຮງໝໍໃຫຍ່ສຸດຂອງນະຄອນຫຼວງ Naypyitaw. ຄະນະໄດ້ຕັ້ງຕູບກາງສະໜາມ 2 ຫຼັງ, ແຕ່ລະຫຼັງສາມາດບັນຈຸຄົນເຈັບແຕ່ 10 – 12 ຄົນ ເພື່ອຮັບໃຊ້ການກວດ, ປິ່ນປົ່ວ ພະຍາດໃຫ້ຄົນເຈັບ. ນອກຈາກນັ້ນ, ຄະນະຍັງໄດ້ມອບອຸປະກອນການແພດ, ຢຸກຢາຈຳນວນໜຶ່ງໃຫ້ແກ່ທ່ານໝໍຢູ່ທີ່ນີ້. ພ້ອມດຽວກັນນັ້ນ ກໍໄດ້ຢື້ຢາມຖາມຂ່າວ, ມອບຂອງຂວັນ ແລະ ເງິນສົດໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍທີ່ເຈັບໜັກ.
ໄລ່ຮອດວັນທີ 5 ເມສາ, ພາຍຫຼັງປະຕິບັດງານມາເປັນເວລາ 6 ວັນ ດ້ວຍນ້ຳໃຈມານະພະຍາຍາມຢ່າງສູງສຸດ, ຄະນະປະຕິບັດງານກະຊວງຕຳຫຼວດ ຫວຽດນາມ ສາມາດຊອກຫາຜູ້ຮັບເຄາະຮ້າຍ 7 ຄົນ ຖືກເສຍຊີວິດ ຢູ່ໃຕ້ຊາກຫັກພັງ ແລະ ໄດ້ມອບໃຫ້ຄອບຄົວ, ອຳນາດການປົກຄອງທ້ອງຖິ່ນ.