ຄະນະຕິດຕາມກວດກາສະພາແຫ່ງຊາດ ເຮັດວຽກຢູ່ແຂວງບັ໋ກຢາງ

ຄະນະຕິດຕາມກວດກາສະພາແຫ່ງຊາດ ເຮັດວຽກຢູ່ແຂວງບັ໋ກຢາງ - ảnh 1
ຄະນະ​ຕິດຕາມ​ກວດກາ​ຂອງ​ຄະນະ​ກຳ​ມາ​ທິ​ການ
ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະຊາຊົນແຂວງ​ບັ໋ກ​ຢາງ
   ( ພາບ: baobacgiang )


(vovworld) – ​ ວັນ​ທີ 11/7, ຄະນະ​ຕິດຕາມ​ກວດກາ​ຂອງ​ຄະນະ​ກຳ​ມາ​ທິ​ການກ່ຽວ​ກັບ​ບັນດາບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ​ໂດຍ​ທ່ານ Nguyen Van Tien, ຮ້ອງ​ຫົວໜ້າ​ຄະນະ​ກຳມາ​ທິການເປັນ​ຫົວໜ້າ​ຄະນະ, ​​ໄດ້ລົງ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະຊາຊົນແຂວງ​ບັ໋ກ​ຢາງ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ນະ​ໂຍບາຍ​ສາທາລະນະ​ສຸກ, ພົນລະ​ເມືອງ, ວຽກ​ງານ​ໄກ່​​ເກ​່ຍຂັ້ນຮາກຖານ ​ແລະ ປ້ອງ​ກັນ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ. ທີ່​ການ​ເຮັດ​ວຽກ, ຄະນະ​ຕິດຕາມ​ກວດກາ​ໄດ້​ຮຽກ​ຮ້ອງ​ໃຫ້​ແຂວງ​ບັ໋ກຢາງ ຄວນ​ຊີ້​ແຈ້ງ​ບາງ​ບັນຫາ​ກ່ຽວ​ກັບ​ການ​ປະມູນ​ສຸມ​ໃສ່ສະ​ໜອງຢຸກ​ຢາ​ໃຫ້​ແກ່​ບັນດາ​​ຮາກ​ຖານສາທາລະນະ​ສຸກຂອງ​ລັດໃນ​ບໍລິ​ເວນ​ແຂວງ; ລາຍ​ຮັບ, ລາຍ​ຈ່າຍ​ຂອງ​ຄັງປະກັນ​ສຸຂະພາບ ​ແລະ ຜັນ​ຂະຫຍາຍ​ການ​ປະ​ກັນ​ສຸຂະພາບ​ໃຫ້​ແກ່​ຊາວ​ກະສິກອນ; ລາຍ​ຈ່າຍ​ງົບປະມານ​ໃຫ້​ແກ່​ການ​ແພດ​ປ້ອງ​ກັນ, ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ… ຄຽງ​ຂ້າງ​ນັ້ນ, ຄະນະ​ຕິດຕາມ​ກວດກາຍັງສະ​ເໜີ​ໃຫ້​ແຂວງ​​ໃຫ້​ບຸລິມະສິດ​​ແກ່​ບັນດາ​ໂຮງ​ໝໍ​ຢູ່ເຂດ​ພູດ້​ວຍ, ​ເອົາ​ໃຈ​ໃສ່​ເຖິງ​ປະກັນ​ສຸຂະພາບ​ໃຫ້​ແກ່​ຊາວ​ກະສິກອນ, ພິ​ເສດ​ແມ່ນ​ປະຊາຊົນຢູ່​ເຂດ​ພູ​ດວຍ, ພ້ອມ​ກັນ​ນັ້ນ​ຕ້ອງ​ມອບ​ໜ້າ​ທີ່​ອັນ​ລະອຽດໃຫ້​​ແກ່ວຽກ​ງານ​ຜົນລະ​ເມືອງ​​.

ຂ່າວ/ບົດ​ອື່ນ