ຄະນະທູຕານຸທູດຄົ້ນຫາວັດທະນະທຳ ຫວຽດນາມ ແລະ ບຸນເຕັດປີຊວດ 2020

(VOVWORLD) -ເມື່ອບຸນເຕັດປີຊວດ 2020 ໃກ້ຈະວຽນມາຮອດ, ຫວ່າງມໍ່ໆມານີ້, ຢູ່ໂຮງງານ ຫວຽດເຊືອ (ບາວີ່, ຮ່າໂນ້ຍ), ກົມການຕ່າງປະເທດວັດທະນະທຳ ແລະ UNESCO (ກະຊວງການຕ່າງປະເທດ ຫວຽດນາມ) ໄດ້ສົມທົບກັບກຸ່ມແມ່ຍິງປະຊາຄົມ ອາຊຽນ ປະຈຳ ຮ່າໂນ້ຍ, ຈັດຕັ້ງລາຍການ “ຄົ້ນຫາວັດທະນະທຳພື້ນເມືອງ ຫວຽດ ທີ່ສະຫງວນໃຫ້ຄະນະທູຕານຸທູດ - ບຸນເຕັດພ້ອມກັບຫວຽດເດີມ”. 

ເຂົ້າຮ່ວມເຫດການມີບັນດາເອກອັກຄະລັດຖະທູດ, ອຸປະທູດ ພ້ອມດ້ວຍພັນລະຍາ, ຫົວໜ້າບັນດາອົງການຕາງໜ້າຕ່າງປະເທດປະຈຳ ຫວຽດນາມ, ກຸ່ມແມ່ຍິງປະຊາຄົມ ອາຊຽນ ປະຈຳ ຮ່າໂນ້ຍ.

ຄະນະທູຕານຸທູດຄົ້ນຫາວັດທະນະທຳ ຫວຽດນາມ ແລະ ບຸນເຕັດປີຊວດ 2020 - ảnh 1 (ພາບປະກອບ/ baovanhoa.vn)

        ລາຍການແມ່ນໜຶ່ງໃນບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳເປັນການເລີ່ມຕົ້ນໃຫ້ປີ ອາຊຽນ 2020 ດ້ວຍເປົ້າໝາຍຊຸກຍູ້ການພົວພັນແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດ, ແນະນຳຈຸດຄວາມງາມທີ່ເປັນມູນເຊື້ອຂອງວັດທະນະທຳ ຫວຽດນາມ, ບັນດາຮີດຄອງປະເພນີໃນວັນບຸນເຕັດ, ຜະລິດຕະພັນພື້ນເມືອງ…ຜ່ານນັ້ນ ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງບັນດາປະເທດ ອາຊຽນ; ສ້າງຂີດໝາຍອັນດີງາມກ່ຽວກັບປະເທດ ແລະ ຊາວ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ