ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ພິ​ຈາ​ລະ​ນາ​ກ່ຽວ​ກັບວຽກ​ງານ​ພະ​ນັກ​ງານ

(VOVWORLD) -    ໂດຍອີງໃສ່ຂໍ້ກຳນົດປັດຈຸບັນຂອງພັກ, ລັດ ແລະ ພິຈາລະນາຄວາມຫວັງຂອງທ່ານ ຫງວຽນຊວັນຟຸກ, ຄະນະບໍລິຫານງານສູນກາງພັກ ຕົກລົງອະນຸຍາດໃຫ້ທ່ານຫງວຽນຊວັນຟຸກ  ເຊົາດຳລົງບັນດາຕຳແໜ່ງກຳມະການກົມການເມືອງ, ສູນກາງພັກຊຸດທີ XIII, ປະທານປະເທດ ຫວຽດນາມ, ປະທານສະພາປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ອາຍຸການ 2021 – 2026.
ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ພິ​ຈາ​ລະ​ນາ​ກ່ຽວ​ກັບວຽກ​ງານ​ພະ​ນັກ​ງານ - ảnh 1ທ່ານ ຫງວຽນຊວັນຟຸກ (ພາບ: baochinhphu.vn)

ວັນທີ 17 ມັງກອນ ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຊຸດທີ XIII ໄດ້ໂຮມປະຊຸມພິຈາລະນາ ແລະ ປະກອບຄຳເຫັນກ່ຽວກັບຄວາມປາດຖະໜາຢາກລາອອກຈາກບັນດາຕຳແໜ່ງ, ຂໍພັກບຳນານຂອງທ່ານ ຫງວຽນຊວັນຟຸກ, ກຳມະການກົມການເມືອງ, ສູນກາງພັກຊຸດທີ XIII, ປະທານປະເທດ ຫວຽດນາມ, ປະທານສະພາປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ອາຍຸການ 2021 – 2026.

        ໂດຍອີງໃສ່ຂໍ້ກຳນົດປັດຈຸບັນຂອງພັກ, ລັດ ແລະ ພິຈາລະນາຄວາມຫວັງຂອງທ່ານ ຫງວຽນຊວັນຟຸກ, ຄະນະບໍລິຫານງານສູນກາງພັກ ຕົກລົງອະນຸຍາດໃຫ້ທ່ານຫງວຽນຊວັນຟຸກ ເຊົາດຳລົງບັນດາຕຳແໜ່ງດັ່ງກ່າວ ແລະ ມອບໃຫ້ກົມການເມືອງສູນກາງພັກຊີ້ນຳບັນດາອົງການສຳນັກງານທີ່ກ່ຽວຂ້ອງ ຜັນຂະຫຍາຍປະຕິບັດລະບຽບການຕ່າງໆຕາມກຳນົດ.


ຕອບກັບ

ຂ່າວ/ບົດ​ອື່ນ