(vovworld) – ຕອນເຊົ້າວັນທີ 20/2, ໃນມື້ເຮັດວຽກຂອງວາລະປະຊຸມຄັ້ງທີ 25, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບບັນດາບັນຫາໃຫຍ່ທີ່ຍັງມີຄວາມເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍສິ່ງແວດລ້ອມ (ສະບັບປັບປຸງ).
ເມື່ອປະກອບຄຳເຫັນໃສ່ຮ່າງກົດໝາຍ, ຜູ້ແທນຫຼາຍທ່ານໄດ້ເຕື້ອງເຖິງແຜນຜັງປົກປັກຮັກສາສິ່ງແວດລ້ອມ. ຕາມບັນດາຜູ້ແທນແລ້ວ, ແຜນຜັງສິ່ງແວດລ້ອມຄວນພິຈາລະນາເຖິງບັນດາເນື້ອໃນກ່ຽວຂ້ອງຂອງບັນດາແຜນຜັງອື່ນໆຄື: ແຜງຜັງເຂດ, ແຜນຜັງກໍ່ສ້າງ, ແຜນຜັງເຂດຕົວເມືອງ.
ກ່ຽວກັບການນຳເຂົ້າສິ່ງເສດເຫຼືອ, ມີຫຼາຍຄຳເຫັນຖືວ່າ: ຄວນກຳນົດລະອຽດ, ຕິດຕາມກວດກາຢ່າງແໜ້ນແຟ້ນໃນການນຳເຂົ້າສິ່ງເສດເຫຼືອເພື່ອຮັບປະກັນປະຕິບັດຖືກຕ້ອງຕາມກົດໝາຍກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ. ທ່ານ ຟູ່ງກວກຫຽນ, ຫົວໜ້າກຳມາທິການການເງິນງົບປະມານ ສະເໜີວ່າ:
“ຂ້າພະເຈົ້າຖືວ່າ: ພວກເຮົາຕ້ອງຄິດໄລ່ຊັ່ງຊາ. ສິ່ງເສດເຫຼືອແມ່ນວັດຖຸຖືກປະຖີ້ມແລ້ວ, ບັນດາປະເທດມີວິທະຍາສາດດີພັດທະນາກວ່າພວກເຮົາ ເຂົາເຈົ້າປະຖີ້ມແລ້ວພວກເຮົານຳເຂົ້າເພື່ອເຮັດຫຍັງ. ຂ້າພະເຈົ້າຖືວ່າ ສິ່ງດັ່ງກ່າວຕ້ອງຄິດໄລ່ຊັ່ງຊາຢ່າງລະອຽດ ຫາກບໍ່ຄືແນວນັ້ນ ພວກເຮົາຈະເປັນບ່ອນສະສົມຂີ້ເຫຍື້ອຂອງໂລກ”
ຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນກ່ຽວກັບບັນຫາບັນຫາໃຫຍ່ທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍທະບຽນສານ (ສະບັບປັງປຸງ).