ຄະນະປະຈຳສະພາແຫ່ງຊາດກະກຽມໃຫ້ກອງປະຊຸມສະໄຫມສາມັນເທື່ອທີ 4 ຂອງສະພາແຫ່ງຊາດ.
(VOVWORLD) -ພາຍຫລັງເຮັດວຽກມາເປັນເວລາ 8 ວັນ, ວັນທີ 21 ກັນຍາ ຄະນະປະຈຳສະພາແຫ່ງຊາດ ຊຸດທີ 14 ໄດ້ອັດວາລະປະຊຸມຄັ້ງທີ 14.
ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດກ່າວອັດວາລະປະຊຸມ
ພາບ:vietnam+
|
ກ່າວອັດວາລະປະຊຸມ, ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ຄະນະປະຈຳສະພາແຫ່ງຊາດໄດ້ສຳເລັດວາລະປະຊຸມຄັ້ງທີ 14 ເພື່ອສຸມໃສ່ໃຫ້ຄຳເຫັນກ່ຽວກັບບັນດາເນື້ອໃນຄາດຄະເນເພື່ອຍື່ນສະເຫນີຕໍ່ສະພາແຫ່ງຊາດ ທີ່ກອງປະຊຸມສະໄຫມສາມັນເທື່ອທີ 4 ແລະ ວຽກງານກະກຽມໃຫ້ກອງປະຊຸມເທື່ອນີ້. ທ່ານນາງປະທານສະພາແຫ່ງຊາດ ໄດ້ສະເຫນີລັດຖະບານ, ສານປະຊາຊົນສູງສຸດ, ໄອຍະການປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ, ສະພາຊົນເຜົ່າ ແລະ ບັນດາກຳມາທິການຂອງສະພາແຫ່ງຊາດ, ບັນດາອົງການຂອງຄະນະປະຈຳສະພາແຫ່ງຊາດ ແລະ ບັນດາອົງການຈັດຕັ້ງກ່ຽວຂ້ອງ ຮັບເອົາຄຳເຫັນຂອງຄະນະປະຈຳສະພາແຫ່ງຊາດ ເພື່ອສຳເລັດສຳເນົາເອກະສານບັນດາຮ່າງກົດໝາຍ, ບົດລາຍງານເພື່ອຍື່ນສະເຫນີຕໍ່ສະພາແຫ່ງຊາດທີ່ກອງປະຊຸມສະໄຫມສາມັນເທື່ອທີ 4.