ຄະນະປະຈຳສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການທ່ອງທ່ຽວ(ສະບັບປັບປຸງ)
ທ່ານຮອງປະທານສະພາແຫ່ງຊາດ ໂດບ໋າຕີ້
(ພາບປະກອບ)
(vovworld) - ໂດຍສືບຕໍ່ວາລະປະຊຸມເທື່ອທີ 3, ຕອນເຊົ້າວັນທີ 19/09, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການທ່ອງທ່ຽວ (ສະບັບປັບປຸງ). ຢືນຢັນຄວາມຈຳເປັນຕ້ອງສ້າງກົດໝາຍ, ບັນດາຜູ້ແທນຖືວ່າ: ນີ້ແມ່ນພື້ນຖານນິຕິກຳ ເພື່ອຍົກສູງຄວາມສາມາດແກ່ງແຍ້ງ, ສ້າງເງື່ອນໄຂໃຫ້ຂະແໜງການທ່ອງທ່ຽວພັດທະນາ, ກາຍເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດຊາດຢ່າງແທດຈິງ. ບັນດາຄຳປຶດສາຫາລືທີ່ວາລະປະຊຸມ ລ້ວນແຕ່ເຫັນດີເຫັນພ້ອມຄວາມຈຳເປັນຕ້ອງສ້າງຮ່າງກົດໝາຍວ່າດ້ວຍການທ່ອງທ່ຽວ(ສະບັບປັບປຸງ) ຍ້ອນວ່າ ພັກ ແລະ ລັດ ຫວຽດນາມ ໄດ້ມີນະໂຍບາຍສ້າງການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມ.
ແລະໃນຕອນບ່າຍ ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບການຮັບເອົາ, ປັບປຸງຮ່າງກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ. ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດສະເຫນີວ່າ: ຮ່າງກົດໝາຍນີ້ ຄວນກຳນົດລະອຽດກວ່າກ່ຽວກັບການບັນດາອົງການຈັດຕັ້ງ, ສ່ວນບຸກຄົນເຊື່ອຖາສາສະຫນາ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວດ້ານການສຶກສາ, ສາທາລະນະຍຸກ, ອຸປະກະລະສັງຄົມ, ການກຸສົນມະນຸດສະທຳ ເພື່ອຮັບປະກັນຄວາມເປັນໄປເມື່ອປະຕິບັດ. ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ກໍສະເຫນີວ່າ ຮ່າງກົດໝາຍຄວນກຳນົດຢ່າງຈະແຈ້ງ ອະນຸຍາດໃຫ້ບັນດາອົງການສາສະຫນາໄດ້ສ້າງຕັ້ງຮາກຖານການສຶກສາ, ປະຕິບັດການເຄື່ອນໄຫວດ້ານການສຶກສາຢ່າງສະເຫມີພາບກັບບັນດາອົງການຈັດຕັ້ງສັງຄົມອື່ນ.