ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ(ສະບັບປັບປຸງ)
(ພາບປະກອບ)
(vovworld) – ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມຄັ້ງທີ 31, ຕອນເຊົ້າວັນທີ 30/09, ຄະນະປະຈຳສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ). ຜ່ານການປຶກສາຫາລື, ມີບາງຄຳເຫັນໄດ້ເຫັນດີກັບຂໍ້ກຳນົດໃນມາດຕາທີ 1 ຂອງຮ່າງກົດໝາຍກ່ຽວກັບພາລະບົດບາດຂອງລັດຖະບານໃຫ້ຖືກຕາມຂໍ້ກຳນົດຂອງລັດຖະທຳມະນູນປີ 2013. ແຕ່ວ່າ, ຍັງມີຫຼາຍຄຳເຫັນສະເໜີ ຕ້ອງຫັນຂໍ້ກຳນົດຂອງລັດຖະທຳມະນູນເປັນລະອຽດ, ໂດຍສະເພາະແມ່ນບັນດາຂໍ້ກຳນົດໃນຮ່າງກົດໝາຍໃໝ່ ກ່ຽວກັບບໍລິຫານຂອງລັດຖະບານ ເພື່ອປັບປຸງ, ເພີ່ມເຕີ່ມບັນດາຂໍ້ກຳນົດໃນຮ່າງກົດໝາຍ ແນໃສ່ຍົກສູງປະສິດທິພາບ, ປະສິດທິຜົນໃນການຈັດຕັ້ງ ແລະ ເຄື່ອນໄຫວຂອງລັດຖະບານຍິ່ງກວ່າອີກ. ຜູ້ຕ່າງໜ້າ, ອົງການກວດກາ, ຄະນະກຳມະການກົດໝາຍ ຖືວ່າ: ຮ່າງກົດໝາຍຕ້ອງກຳນົດຖານະນິຕິກຳຂອງນາຍົກລັດຖະມົນຕີ, ກົນໄກເລືອກຕັ້ງນາຍົກລັດຖະມົນຕີ, ສິດຂອງນາຍົກລັດຖະມົນຕີກໍ່ຄື ການພົວພັນກັບລັດຖະບານ ແລະ ບັນດາສະມາຊິກລັດຖະບານ. ພ້ອມກັນນັ້ນ, ບັນດາຂໍ້ກຳນົດໃນຮ່າງກົດໝາຍ ຕ້ອງແກ້ໄຂສະພາບການສຸມຄວາມຮັບຜິດຊອບໃຫ້ນາຍົກລັດຖະມົນຕີ.