ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ປະ​ກອບ​ຄຳ​ເຫັນໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້​ວຍ​ການ​ລົງ​ທຶນ​ຕາມ​ຮູບ​ການ​ຄູ່​ຮ່ວມ​ມື​ພາກ​ລັດ - ເອ​ກະ​ຊົນ

(VOVWORLD) -  ໂດຍສືບຕໍ່ກອງປະຊຸມຄັ້ງທີ 43, ວັນທີ 24 ມີນາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການລົງທຶນຕາມຮູບການຄູ່ຮ່ວມມືພາກລັດ - ເອກະຊົນ (PPP). 
ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ປະ​ກອບ​ຄຳ​ເຫັນໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້​ວຍ​ການ​ລົງ​ທຶນ​ຕາມ​ຮູບ​ການ​ຄູ່​ຮ່ວມ​ມື​ພາກ​ລັດ - ເອ​ກະ​ຊົນ - ảnh 1ກອງປະຊຸມຄັ້ງທີ 43 ຂອງ ຄະນະປະຈຳສະພາແຫ່ງຊາດ  (ພາບ: Quochoi.vn)

ຄະນະປະຈຳສະພາແຫ່ງຊາດໄດ້ສະເໜີ ກຳນົດບົດບາດຂອງການກວດສອບແບບເອກະລາດໃນໂຄງການ PPP, ຂໍ້ກຳນົດກ່ຽວກັບການເຄື່ອນໄຫວກວດກາສະເພາະກິດ ແລະ ຕິດຕາມກວດກາຂອງອົງການຄຸ້ມຄອງບໍລິຫານລັດ, ການຕີລາຄາຄຸນນະພາບຂອງແນວໂຮມປະເທດຊາດ, ຕິດຕາມກວດກາຂອງປະຊາຄົມຕໍ່ການເຄື່ອນໄຫວລົງທຶນຕາມຮູບການ PPP, ນີ້ແມ່ນບັນດາເຄື່ອງມືຂອງລັດເພື່ອແນໃສ່ຄວບຄຸມ, ຮັບປະກັນປະສິດທິຜົນຂອງໂຄງການ PPP. ທ່ານຟຸ່ງກວັກຫ໋ຽນ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສະເໜີວ່າ ສືບຕໍ່ສຳຫຼວດກວດກາກົນໄກບຸລິມະສິດ, ດຶງດູດການລົງທຶນທີ່ເໝາະສົມ, ຮັບປະກັນສິດຜົນປະໂຫຍດຂອງລັດ, ນັກລົງທຶນ ແລະ ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ