(VOVWORLD) - ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຫຼ້າສຸດໄດ້ປະຕິບັດສຳເລັດ, ດັດປັບຢ່າງລະອຽດລະອໍ
ວາລະປະຊຸມໃນຕອນບ່າຍວັນທີ 24 ສິງຫາ
(ພາບປະກອບ: quochoi.vn)
|
ໂດຍສືບຕໍ່ລາຍການຂອງວາລະປະຊຸມຄັ້ງທີ 25, ຕອນເຊົ້າວັນທີ 25 ສິງຫາ, ຢູ່ ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ). ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຫຼ້າສຸດໄດ້ປະຕິບັດສຳເລັດ, ດັດປັບຢ່າງລະອຽດລະອໍ, ຄຸນນະພາບໄດ້ຮັບການຍົກສູງຂຶ້ນອີກບາດກ້າວໜຶ່ງເມື່ອທຽບໃສ່ຮ່າງກົດໝາຍທີ່ຍ່ືນສະເໜີຕໍ່ສະພາແຫ່ງຊາດທີ່ກອງປະຊຸມສະໄໝສາມັນເທື່ອທີ 5 ຜ່ານມາ. ປະຈຸບັນ, ຮ່າງກົດໝາຍຍັງມີບາງເນື້ອໃນໃຫຍ່ທີ່ມີຄວາມເຫັນແຕກຕ່າງກັນ, ຄື: ນະໂຍບາຍທີ່ດິນໃຫ້ແກ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ; ຫຼັກການສ້າງແຜນຜັງ, ແຜນການນຳໃຊ້ທີ່ດິນ; ແຜນການນຳໃຊ້ທີ່ດິນຂັ້ນເມືອງ…
ແລະກໍ່ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍເຮືອນຢູ່ອາໄສ (ສະບັບປັບປຸງ).