ວາລະປະຊຸມຄັ້ງທີ 37 ຂອງສະພາແຫ່ງຊາດ
(ພາບ: nhandan.com.vn)
|
(vovworld) – ໂດຍສືບຕໍ່ວາລະປະຊຸມຄັ້ງທີ 37, ຕອນເຊົ້າວັນທີ 7/4, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍອາຍາ (ສະບັບປັບປຸງ). ຕາມໃບສະເໜີຂອງລັດຖະບານແລ້ວ, ຮ່າງປະມວນກົດໝາຍອາຍາ (ສະບັບປັບປຸງ) ໄດ້ເພີ່ມເຕີມ 87 ມາດຕາເມື່ອທຽບໃສ່ປະມວນກົດໝາຍທີ່ພວມປະກາດໃຊ້, ປັບປຸງ 370 ມາດຕາ ແລະ ຍົກເລີກ 8 ມາດຕາ. ບັນດາການປັບປຸງ, ເພີ່ມເຕີມຄັ້ງນີ້ໄດ້ປະກອບສ່ວນປົກປ້ອງ ແລະ ຊຸກຍູ້ການພັດທະນາຂອງພື້ນຖານເສດຖະກິດກຳນົດທິດສັງຄົມນິຍົມ, ຍົກສູງປະສິດທິຜົນໃນການປ້ອງກັນ, ສະກັດກັ້ນ ແລະ ລັກສະນະມຸງໄປສູ່ຄວາມເມດຕາຈິດໃນການຕັດສິນລົງໂທດອາດຊະຍາກຳ, ເຄົາລົບ ແລະ ຮັບປະກັນສິດທິມະນຸດ, ສິດພົນລະເມືອງຕາມລັດຖະທຳມະນູນປີ 2013 ຢ່າງຄົບຖ້ວນ, ສະແດງຈິດໃຈປ່ຽນໃໝ່ທັດສະນະກ່ຽວກັບອາດຊະຍາກຳ ແລະ ການລົງໂທດ. ທ່ານຫົວໜ້າກຳມາທິການການເງິນ - ງົບປະມານ ສະພາແຫ່ງຊາດ ຫວຽດນາມ ຟູ່ງກວກຫຽນ ໄດ້ເຫັນດີເຫັນພ້ອມກັບການກຳນົດທິດຫລຸດຜ່ອນກໍລະນີຕັດສິນໂທດປະຫານຊີວິດເພື່ອແນໃສ່ສະແດງນ້ຳໃຈເມດຕາຈິດຂອງລັດ ແລະ ປະຕິບັດບັນດາຈຸດໝາຍປະຕິຮູບຕຸລາການ.
ຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງປະມວນກົດໝາຍວ່າດ້ວຍການດຳເນີນຄະດີອາຍາ (ສະບັບປັບປຸງ).