ຄະນະປະຈຳສະພາແຫ່ງຊາດໃຫ້ຄວາມເຫັນໃສ່ຮ່າງກົດໝາຍວ່າດ້ວຍສະມາຄົມ

ຄະນະປະຈຳສະພາແຫ່ງຊາດໃຫ້ຄວາມເຫັນໃສ່ຮ່າງກົດໝາຍວ່າດ້ວຍສະມາຄົມ - ảnh 1
(ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄວາມ​ເຫັນ​
ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສະມາຄົມ)

(vovworld) –ຕອນ​ເຊົ້າ, ວັນ​ທີ 15/10 ທີ່​ກອງ​ປະຊຸມ ​ເທື່ອ​ທີ 42, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄວາມ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສະມາຄົມ. ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສະມາຄົມ​ກຳນົດ​ວ່າ: ສະມາຄົມ​ແມ່ນ​ອົງການ​ອາສາ​ສະໝັກ​ຂອງ​ພົນລະ​ເມືອງ, ນິຕິບຸກຄົນ, ​ຫວຽດນາມ​ເຄື່ອນ​ໄຫວ​ ບໍ່​ພຽງ​ແຕ່​ຈຸດປະສົງ​ຫາ​ຜົນ​ກຳ​ໄລ​ເທົ່າ​ນັ້ນ ຫາກ​ຍັງ​ມີ​​ຄວາມ​ສາມັກຄີ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ. ທີ່​ກອງຊຸມ ຄວາມ​ເຫັນ​ຂອງຜູ້​ແທນ​ສ່ວນຫຼາຍ ​ ​ສະ​ເໜີວ່າ:  ຄວນກຳນົດ​ນິຍາມ​ກ່ຽວ​ກັບ​ສະມາຄົມ​ຄືນ​ໃໝ່. ​ເພື່ອ​ຮັບປະກັນສິດ​ສ້າງ​ຕັ້ງ​ສະມາຄົມ​ຂອງ​ປະຊາຊົນ​ກໍ່​ຄື​ ຮັບປະກັນ​ວຽກ​ງານ​ຄຸ້ມ​ຄອງ​ລັດ, ຄວນ​ຄົ້ນຄວ້າ​ ເພື່ອ​ມີ​ການ​ປັບປຸງ​ໃຫ້​ເໝາະ​ສົມ​ກັບ​ບັນດາ​ຮູບ​ແບບ​ການຈັດ​ຕັ້ງ​ສະມາຄົມທີ່​ບໍ່​ມີ​ຖານະນິຕິບຸກຄົນ. ​ດ້ວຍ​ເຫດ​ນັ້ນ ການ​ກຳ​ນົດລະອຽດ​ຫຼາຍເທົ່າ​ໃດ ​ກໍ່ແຮງ​ມີ​ຄວາ​ມສະດວກ​​​ເມື່ອ​​ຈັດ​ຕັ້ງ​ປະຕິ​ບັດ​ເທົ່າ​ນັ້ນ.

 

ຂ່າວ/ບົດ​ອື່ນ