ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບບັນດາຮ່າງກົດໝາຍ

ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບບັນດາຮ່າງກົດໝາຍ - ảnh 1
ທ່ານ​ນາງ ​ເຈືອງ​ທິມາຍ, ຫົວໜ້າ​ກຳມາທິການ​
ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ
(ພາບປະກອບ)


(vovworld) -     ​ ຕອນ​ເຊົ້າ​ວັນ​ທີ 15/01, ໂດຍ​ສືບ​ຕໍ່​ກອງປະຊຸມ​ຄັ້ງ​ທີ 14, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ບັນດາ​ບັນຫາ​ໃຫຍ່ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍວ່າ​ດ້ວຍການປ້ອງ​ກັນ, ຫຼີກ​ລ້ຽງ, ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ; ຮ່າງກົດໝາຍ​ວ່າ​ດ້ວຍ​ວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຊີ (ສະບັບ​ປັບປຸງ)​. ທີ່​ການປຶກສາ​ຫາ​ລືກ່ຽວ​ກັບຮ່າງ​ກົດໝາຍວ່າ​ດ້ວຍການປ້ອງ​ກັນ, ຫຼີກ​ລ້ຽງ, ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ, ມີຄຳ​ເຫັນ​ຫຼາຍຂໍ້​ເປັນ​ເອກະ​ພາບ​ນຳ​ກັນ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ສ້າງ​ຕັ້ງ​ກອງ​ທຶນປ້ອງ​ກັນ, ຫຼີກ​ລ້ຽງໄພ​ທຳ​ມະ​ຊາດ ບົນ​ພື້ນຖານ​ກອງ​ທຶນ​ປ້ອງ​ກັນ, ຕ້ານ​​ໄພນ້ຳ​ຖ້ວມ, ພະຍຸ​ໃນ​ປະຈຸ​ບັນ. ທ່ານ​ນາງ ​ເຈືອງ​ທິມາຍ, ຫົວໜ້າ​ກຳມາທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ສະ​ເໜີ​ວ່າ: ຮ່າງ​ກົດໝາຍ​ຕ້ອງ​ກຳນົດ​ຢ່າງ​ຈະ​ແຈ້ງ​ແຫຼ່ງ​ເງິນ, ກົນ​​ໄກ​ຄຸ້ມ​ຄອງ, ການ​ນຳ​ໃຊ້​ກອງ​ທຶນ ກໍ​ຄື​ຂ້ໍ​ກຳນົດ​ທີ່​ມີ​ຕໍ່​ເປົ້າ​ໝາຍ ​ແລະ ລະດັບ​ການ​ປະກອບ, ​ເລື່ອງຄຸ້ມ​ຄອງ, ນຳ​ໃຊ້, ​ການ​ຊຳລະ​ສະຫຼຸບ​ກອງ​ທຶນ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມາ​ຊາດ. ກ່ຽວ​ກັບຮ່າງກົດໝາຍ​ວ່າ​ດ້ວຍ​ວິທະຍາສາດ ​ແລະ ​ເຕັກ​​ໂນ​ໂລ​ຊີ (ສະບັບ​ປັບປຸງ)​, ບັນຫາ​​ເຊິ່ງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສຸມ​ໃສ່​ໃຫ້​ຄຳ​ເຫັນ​ນັ້ນ​ແມ່ນ ກົນ​ໄກ​ການ​ເງິນ​ໃຫ້​ແກ່​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ. ມີ​ຄຳ​ເຫັນ​ຫຼາຍ​ຂໍ້ໄດ້​​ເຫ​ັນດີ​ຕໍ່​ການກຳ​ນົດການ​ລົງທຶນ​ໜ້ອຍ​ຊຸສຸດ​ແມ່ນ 2% ຈຳນວນງົບປະມານ​ແຫ່ງ​ລັດທີ່​ສະຫງວນ​ໃຫ້​ແກ່ຂົງ​ເຂດ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ ​ແລະ ລະດັບ​ການ​ລົງທຶນ​ນີ້​ຈະ​ຄ່ອຍໆ​ເພີ່ມ​ຂຶ້ນ​ຕາມ​ຄວາມ​ຕ້ອງ​ການ​ພັດທະນາ​ຢູ່​ແຕ່ລະ​ໄລຍະ. ​ເພື່ອ​ແກ້​ໄຂ​ຊໍ້​ຕິດ​ຂັດ​ຕົ້ນ​ຕໍ່​ຄື​ປະຈຸ​ບັນ​ໃນ​ການ​ເຄື່ອນ​ໄຫວ​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ແມ່ນ​ກົນ​ໄກ​ການ​ເງິນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສະ​ເໜີ​ວ່າ: ຕ້ອງ​ກຳນົດ​ຢ່າງ​ລະອຽດ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ໃນ​ການຈັດ​ແບ່ງ ​ແລະ ຄຸ້ມ​ຄອງ​ແຫຼ່ງງົບປະມານ​ທີ່​ສະຫງວນ​ໃຫ້​ແກ່​ຂົງ​ເຂດວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ; ນຳ​ໃຊ້​ກົນ​ໄກ​​ໃຊ້​ຈ່າຍ​ແບບ​ມອບ​ເໝົາ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ທີ່​ນຳ​ໃຊ້​ແຫຼ່ງງົບປະມານ​ແຫ່ງ​ລັດ.

ຂ່າວ/ບົດ​ອື່ນ