ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວກຫຽນກ່າວຄຳເຫັນ
ທີ່ກອງປະຊຸມ
|
(VOVworld)- ສືບຕໍ່ລາຍການເຮັດວຽກ, ຕອນເຊົ້າວັນທີ 20/4, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນກ່ຽວກັບເລື່ອງຮັບເອົາ, ດັດປັບ ຄັ້ງທີສອງ ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ຊັບສິນຂອງລັດ (ສະບັບປັບປຸງ). ທີ່ວາລະປຶກສາຫາລືກ່ຽວກັບຮ່າງກົດໝາຍດັ່ງກ່າວ, ຄະນະປະຈຳສະພາແຫ່ງຊາດ ໄດ້ສຸມໃສ່ໃຫ້ຄຳເຫັນກ່ຽວກັບຄຳນິຍາມຊັບສິນຂອງລັດ, ຈຳແນກປະເພດຊັບສິນຂອງລັດ, ຫນ້າທີ່, ສິດອຳນາດ ຂອງບັນດາອົງການລັດຕໍ່ຊັບສິນຂອງລັດ ແລະ ລະບອບນະໂຍບາຍການຄຸ້ມຄອງ, ນຳໃຊ້ຊັບສິນຂອງລັດຢູ່ອົງການ, ຫົວຫນ່ວຍ. ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວກຫຽນ ເນັ້ນຫນັກວ່າ: ຄະນະປະຈຳສະພາແຫ່ງຊາດ ສະເຫນີລັດຖະບານ ສຳຫລວດກວດຄືນບັນດາໂຄງການບໍ່ໄດ້ຮັບທຶນຢ່າງພຽງພໍ, ບັນດາໂຄງການຂາດທຶນສົມທົບ, ໂຄງການບໍ່ທັນຮູ້ແຈ້ງຕົ້ນກຳເນີດແຫລ່ງທຶນ.