ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງປະມວນກົດໝາຍແພ່ງ(ສະບັບປັບປຸງ)
ວາລະປະຊຸມຄັ້ງທີ 38 ຂອງຄະນະປະຈຳສະພາແຫ່ງຊາດ
(ພາບ: Xuân Hải)
(vovworld) – ໂດຍສືບຕໍ່ວາລະປະຊຸມຄັ້ງທີ 38, ຕອນເຊົ້າວັນທີ 12/5, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນກ່ຽວກັບຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ) ພາຍຫຼັງໄດ້ຮັບເອົາຄຳເຫັນ, ປັບປຸງບົນພື້ນຖານຮັບເອົາຄຳເຫັນປະກອບຈາກປະຊາຊົນ. ທີ່ວາລະປະຊຸມ, ລັດຖະບານຍື່ນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນ ກ່ຽວກັບຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ), ໃນນັ້ນສຸມໃສ່ເຂົ້າໃນ 10 ບັນຫາໃຫຍ່ທີ່ໄດ້ຮັບການກຳນົດຈາກລັດຖະບານ ແມ່ນຈຸດສຸມໃນວິວັດການຮັບເອົາຄຳເຫັນຈາກປະຊາຊົນຄື ຂໍ້ກຳນົດກ່ຽວກັບຄວາມຮັບຜິດຊອບຂອງອົງການທີ່ມີສິດອຳນາດໃນການປົກປ້ອງສິດພົນລະເຮືອນ; ຮູບການກຳມະສິດ; ຜົນຮ້າຍຢ້ອນຫຼັງຈາກການທຸລະກຳພົນລະເຮືອນທີ່ບໍ່ປະຕິບັດຕາມຂໍ້ກຳນົດ ກ່ຽວກັບຮູບການ; ດອກເບ້ຍໃນສັນຍາກູ້ຢືມ… ນອກຈາກນັ້ນ, ລັດຖະບານກໍຂໍຄຳເຫັນຈາກຄະນະປະຈຳສະພາແຫ່ງຊາດ ກ່ຽວກັບ 2 ບັນຫາລະອຽດ ເຊິ່ງລວມມີ: ສິດສຳລັບຊື່, ນາມສະກຸນ; ສິດໄດ້ຮັບການປ່ຽນເພດ. ທ່ານ ຟຸ່ງກ໋ວກຫຽນ, ຫົວໜ້າກຳມາທິການການເງິນ-ງົບປະມານ, ສະເໜີຮ່າງປະມວນກົດໝາຍ ຄວນເພີ່ມເຕີມຂໍ້ກຳນົດສະແດງໃຫ້ເຫັນນະໂຍບາຍລວມຂອງລັດສຳລັບການປ່ຽນເພດ ເພື່ອເປັນພື້ນຖານໃຫ້ກົດໝາຍອື່ນຈະກຳນົດຢ່າງລະອຽດ ກ່ຽວກັບເງື່ອນໄຂ, ລຳດັບ, ລະບຽບການອະນຸຍາດໃຫ້ການປ່ຽນເພດ ເມື່ອມີຄວາມຈຳເປັນ.
ແລະກໍໃນຕອນເຊົ້າວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ສືບຕໍ່ວາລະປະຊຸມໃຫ້ຄຳເຫັນ ກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງປະຊາມະຕິ ແລະ ພິຈາລະນະບົດລາຍງານຂອງລັດຖະບານ ກ່ຽວກັບຂໍ້ກຳນົດຢູ່ມາດຕາ 60 ຂອງກົດໝາຍວ່າດ້ວຍປະກັນສັງຄົມປີ 2014 ກ່ຽວກັບປະກັນສັງຄົມເທື່ອດຽວ.