ຄະນະປະຕິບັດງານກະຊວງການຕ່າງປະເທດເຮັດວຽກັບແຂວງວິ້ງລອງ

ຄະນະປະຕິບັດງານກະຊວງການຕ່າງປະເທດເຮັດວຽກັບແຂວງວິ້ງລອງ - ảnh 1
ຄະນະປະຕິບັດງານກະຊວງການຕ່າງປະເທດ
ເຮັດວຽກັບແຂວງວິ້ງລອງ
(ພາບ: baovinhlong)


(vovworld) – ຕອນ​ບ່າຍວັນ​ທີ 29/10, ຄະນະ​ປະຕິບັດ​ງານ​ຂອງ​ກະຊວງການ​ຕ່າງປະ​ເທດ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກາ​ນຕ່າງປະ​ເທດ ​ເລ​ຮ່ວາຍ​ຈຸ​ງ ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ແຂວງ​ວິ້ງ​ລອງ ກ່ຽວ​ກັບ​ສະພາບ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດຂອງ​ແຂວງ​ໃນ​ໄລຍະ​ຜ່ານ​ມາ. ຄະນະ​ປະຕິບັດ​ງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຕີ​ລາຄາ​ສູງ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​​ຂ​ອງ​ແຂວງ​ໃນ​ໄລຍະ​ຜ່ານ​ມາ. ຄະນະ​ປະຕິບັດ​ງານ​ກໍ​ໃສ່​ໃຈ​ວ່າ, ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດນາມ ຈະ​ເຊື່ອມ​ໂຍງ​ດ້ານ​ການ​ຄ້າກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ, ສະ​ນັ້ນ ທາງ​ແຂວງ ຕ້ອງ​ຍາດ​​ແຍ່ງກາລະ​ໂອກາດ​ນີ້ເພື່ອ​ເຊື້ອ​ເຊີນ, ດຶງ​ດູດ​ການ​ລົງທຶນ​ເຂົ້າ​ທ້ອງ​ຖິ່ນ. ຄະນະ​ຜູ້​ແທນ​ກໍ່​ສະ​ເໜ​ີ​ໃຫ້​ແຂວງ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ສ້າງ​ຕັ້ງ​ພະ​ແນ​ກພົວພັນ​ກັບຕ່າງປະ​ເທ​ດ ​ເພື່ອ​ຍົກ​ສູງບົດບາດ​ຂອງ​ທ້ອງ​ຖິ່ນ​ໃນ​ການ​ຜັນ​ຂະຫຍາຍ​ວຽກ​ງານ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.
ຂ່າວ/ບົດ​ອື່ນ