ຄະນະປະຕິບັດງານກຳມາທິການງົບປະມານການເງິນຂອງ ສະພາແຫ່ງຊາດເຮັດວຽກຢູ່ແຂວງຮ່າຕິງ
ຄະນະປະຕິບັດງານຢ້ຽມຢາມໂຄງການ Formosa
(ພາບ: baohatinh.vn)
(vovworld) - ຄະນະປະຕິບັດງານກຳມາທິການງົບປະມານການເງິນຂອງສະພາແຫ່ງຊາດ ໂດຍທ່ານຮອງຫົວໜ້າ ຈິງດີ່ງຫາຍ ນຳໜ້າ ຫາກໍ່ມີການຢ້ຽມຢາມ ແລະ ເຮັດວຽກກັບຄະນະຄຸ້ມຄອງເຂດເສດຖະກິດ ຫວູງອ໋າງ, ຄະນະຄຸ້ມຄອງເຂດເສດຖະກິດດ່ານຊາຍແດນສາກົນ ເກົ່າແຈວ, ກົມພາສີ ຮ່າຕິງ, ພະແນກຄົມມະນາຄົມຂົນສົ່ງ ແລະ ກວດກາກິດຈະກຳ, ໂຄງການນຳໃຊ້ແຫຼ່ງທຶນຈາກພັນທະບັດລັດຖະບານຈຳນວນໜຶ່ງໃນບໍລິເວນແຂວງ. ບັນດາສະມາຊິກໃນຄະນະຕີລາຄາສູງກຳລັງຄວາມສາມາດຂອງບັນດານັກລົງທຶນ. ເຖິງວ່າໃນໄລຍະປະສົບກັບຄວາມຫຍູ້ງຍາກກ່ຽວກັບດ້ານການເງິນກໍຕາມ, ແຕ່ບັນດານັກລົງທຶນຍັງຄົງປະຕິບັດບັນດາກິດຈະກຳຮັບປະກັນຄວາມຄືບໜ້າ ແລະ ຄຸນນະພາບ. ຄະນະກໍໄດ້ຮັບຮູ້ບັນດາຄວາມພະຍາຍາມຂອງແຂວງໃນການດຶງດູດການລົງທຶນ, ປະຕິບັດວຽກງານ ບຸກເບີກໜ້າພຽງ, ຮັບປະກັນເພື່ອໃຫ້ບັນດານັກລົງທຶນຜັນຂະຫຍາຍບັນດາກິດຈະກຳ, ໂຄງການຈຸດສຸມ ຢ່າງວ່ອງໄວ ແລະ ຮອບດ້ານ. ພ້ອມກັນນັ້ນ ກໍຕັກເຕືອນແຂວງ ແລະ ບັນດາອົງການທີ່ມີສ່ວນກ່ຽວຂ້ອງຕິດຕາມ, ກວດກາບັນດານັກລົງທຶນໃນການຮັບປະກັນສິ່ງແວດລ້ອມຊີວະພາບ, ຄຸນນະພາບ, ປະສິດທິຜົນຂອງກິດຈະກຳ ແລະ ເອົາໃຈໃສ່ເຖິງນະໂຍບາຍຮັບປະກັນຊີວິດສັງຄົມໃຫ້ແກ່ປະຊາຊົນທີ່ຖືກຜົນສະທ້ອນຈາກບັນດາໂຄງການ.