ຄະນະປະຕິບັດງານກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດເຮັດວຽກຢູ່ນິວຢອກ
ການເຮັດວຽກຂອງຄະນະ
(ພາບ: Lê Dương- TTXVN )
(vovworld) – ໃນລະຫວ່າງວັນທີ 15 – 16/3, ຄະນະປະຕິບັດງານ ຫວຽດນາມ ໂດຍທ່ານ ຫງວຽນແທງເຊີນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນຳໜ້າໄດ້ມີການພົບປະຄັ້ງຕ່າງໆ ກັບປະຊາຄົມຊາວ ຫວຽດນາມ ຢູ່ນະຄອນ ນິວຢອກ, ປະເທດ ອາເມລິກາ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນແທງເຊີນ ແລະ ທ່ານເອກອັກຄະລັດຖະທູດ ເລຮ່ວາຍຈູງ, ຫົວໜ້າຄະນະຜູ້ຕາງໜ້າປະຈຳ ຫວຽດນາມ ຢູ່ ສປຊ ມີການພົບປະກັບສະມາຄົມຊາວໜຸ່ມ, ນັກສຶກສາ ຫວຽດນາມ ຢູ່ ອາເມລິກາ, ສະມາຊົມຊາວໜຸ່ມ ຫວຽດນາມ ປະຈຳ ນິວຢອກ, ຜູ້ຕາງໜ້າບັນດາອົງການຈັດຕັ້ງຊາວ ຫວຽດນາມ ແລະ ບັນດາວິສາຫະກິດຂອງ ຫວຽດນາມ ປະຈຳ ນິວຢອກ. ນອກຈາກນັ້ນ, ຄະນະກໍ່ໄດ້ໄປຢ້ຽມຢາມບາງຄອບຄົວຊາວ ຫວຽດນາມ ອາໄສຢູ່ທີ່ນີ້. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນແທງເຊີນ ປາດຖະໜາວ່າ ພໍ່ແມ່ປະຊາຄົມຊາວ ຫວຽດນາມ ຢູ່ ນິວຢອກ ສືບຕໍ່ອວາຍໜ້າເມືອຫາກົກເຄົ້າເຫົ້ງາກໍ່, ປະເທດຊາດ ດ້ວຍບັນດານ້ຳໃຈສັດຊື່ ແລະ ການປະກອບສ່ວນຢ່າງຕັ້ງໜ້າເພື່ອຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນກ່ວາອີກ, ປະກອບສ່ວນໃຫ້ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.