ຄະນະປະຕິບັດງານຄະນະຄະນະສາສະໜາຂອງລັດຖະບານເຮັດວຽກຢູ່ອີຢິບ
ການເຮັດວຽກລະຫວ່າງ 2 ຝ່າຍ
(ພາບ: Nguyễn Trường/TTXVN)
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອີຢິບ ແຕ່ວັນທີ 26 – 30/4 ເພື່ອແນໃສ່ຊອກຮູ້ກ່ຽວກັບວຽກງານຄຸ້ມຄອງສາສະໜາ ກໍ່ຄືຊຸກຍູ້ການຮ່ວມມືໃນຂົງເຂດສາສະໜາ, ວັນທີ 26/4, ຄະນະປະຕິບັດງານຄະນະສາສະໜາລັດຖະບານ ຫວຽດນາມ ໂດຍທ່ານ ບູ່ຍແທງຮ່າ, ຮອງຫົວໜ້າຄະນະເປັນຫົວໜ້າຄະນະ, ມີການເຮັດວຽກກັບທ່ານ Muhammad Mukhtar Jumu’ah, ລັດຖະມົນຕີວ່າການກະຊວງໂຄສະນາສາສະໜາ ອີຢິບ. ທ່ານຮອງຫົວໜ້າຄະນະສາສະໜາລັດຖະບານ ຫວຽດນາມ ບູ່ຍແທງຮ່າ ແລະ ທ່ານ Jumu’ah, ລັດຖະມົນຕີວ່າການກະຊວງໂຄສະນາສາສະໜາ ອີຢິບ ໄດ້ແລກປ່ຽນກ່ຽວກັບສະພາບການດ້ານສາສະໜາກໍ່ຄືນະໂຍບາຍດ້ານສາສະໜາຂອງແຕ່ລະປະເທດ. 2 ຝ່າຍເຫັນດີເປັນເອກະສັນຕ້ອງຊຸກຍູ້ການທູດປະຊາຊົນລະຫວ່າງ ອີຢິບ ແລະ ຫວຽດນາມ ກ່ວາອີກ, ພິເສດແມ່ນປະຊາຄົມສາສະໜາອິດສະລາມ 2 ປະເທດ.