ຄະນະຜູ້ແທນ ແບນຊິກ ຢ້ຽມຢາມນະຄອນຫາຍຟ່ອງ

ຄະນະຜູ້ແທນ ແບນຊິກ    ຢ້ຽມຢາມນະຄອນຫາຍຟ່ອງ - ảnh 1
ອົງ​ມົງກຸດ​ລາຊະ​ກຸມມານ Philippe ແລະ ລາຊະທິດາ
ພາບ:vietnamplus.vn


(vovworld) - ​ວັນ​ທີ 14/3, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ ຄະນະ​ຜູ້​ແທນ​ລາຊະ​ອານາຈັກ​ແບນ​ຊິກ ​ໂດຍ​ອົງ​ມົງກຸດ​ລາຊະ​ກຸມມານ Philippe  ນຳຫນ້າ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ຫາຍ​ຟ່ອງ. ​ໃນ​ການ​ຕ້ອນຮັບ​ຄະນະ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຫາຍ​ຟ່ອງ ​ເຢືອງ​ແອ​ງ​ດຽນ ປາດ​ຖະຫນາ​ວ່າ ລາຊະ​ອານາຈັກ​ແບນ​ຊິກ ສືບ​ຕໍ່​ຮ່ວມ​ມື​​ໃນ​ລະດັບ​ສູງ​ກວ່າ​ ກັບ​ຫວຽດນາມ ເວົ້າ​ລວມ ​ແລະ ນະຄອນຫາຍຟ່ອງ​ເວົ້າ​ສະ​ເພາະ, ປະກອບສ່ວນ​ນຳ​ນະຄອນ​ຫາຍ​ຟ່ອງກາຍ​ເປັນ​ນະຄອນອຸດສາຫະກຳ ທັນ​ສະ​ໄຫມ ​ແລະ​ສີວິ​ໄລ​ກ່ອນ​ປີ 2020. ​ອົງ​ມົງກຸດ​ລາຊະ​ກຸມມານ Philippe ກໍ​ໄດ້​ໄປ​ຢ້ຽມຢາມ​ເຂດ​ອຸດສາຫະກຳ ດີ່ງຫວູ ຊຶ່ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ໂຄງການ​ລົງທຶນ​ຂອງ​ແບນ​ຊິກ​ ທີ່ປະສົບ​ຜົນສຳ​ເລັດ​ຢູ່​ຫວຽດນາມ ​ແລະ ​ເຂົ້າຮ່ວມ​ພິທີ​ເປີດ​ສະຫລອງ​ໂຮງງານ​ບຳບັດ​ນ້ຳ​​ເສຍຢູ່​ທີ່​ນີ້.

​ໃນ​ວັນ​ດຽວ​ກັນ, ຄະນະ​ປະຕິບັດ​ງານ​ໂດຍ​ທ່ານ Benoit Cerexhe ລັດຖະມົນຕີ​ກະຊວງ​ເສດຖະກິດ ​ແລະ ການ​ຄ້າ​ຕ່າງປະ​ເທ​ດ ​ເຂດ Brussels ລາຊະ​ອານາຈັກ​ແບນ​ຊິກ ​ເປັນ​ຫົວຫນ້າ​ຄະນະ​ໄດ້​ມີ​ການ​ເຮັດ​ວຽກ​ຢູ່​ແຂວງ ຮ່າ​ນາມ. ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ​ໂຄງການ ODA ລົງທຶນ​ກໍ່ສ້າງ ​ແລະ ບູລະນະ​ບັນດາປ້ອມ​ສູບ​ນ້ຳ ​ເພື່ອ​ຕ້ານ​ສະພາບ​ນ້ຳ​ອັ່ງ​ຢູ່​ນະຄອນ ຟູ໋ລີ ​ແຂວງ ຮ່າ​ນາມ ດ້ວຍ​ຍອດ​ມູນ​ຄ່າ 10 ລ້ານ ​ເອີ​ໂຣ.

ຕອບກັບ

ຂ່າວ/ບົດ​ອື່ນ