ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມຢ້ຽມຢາມລາຊະອານາຈັກກຳປູເຈຍຢ່າງເປັນທາງການ

ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມຢ້ຽມຢາມລາຊະອານາຈັກກຳປູເຈຍຢ່າງເປັນທາງການ - ảnh 1

ທ່ານ​ພົນ​ເອກ ໂງ​ຊວນ​ລິກ, ກຳ​ມະ​ການ​ກົມ​ການ​ເມືອງ,
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ
(ພາບ: TTXVN)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ພົນ​ເອກ Tia Banh, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ, ຕອນ​ເຊົ້າ​ວັນ​ທີ 31/5, ທ່ານ​ພົນ​ເອກ ໂງ​ຊວນ​ລິກ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ເລ​ຂາ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຫວຽດ​ນາມ ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ ​ການ​ທະ​ຫານ​ຂັ້ນ​ສູງ​ຫວຽດ​ນາມ ອອກ​ຈາກ​ຮ່າ​ໂນ້ຍ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ​ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມ​ຢາມ​ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 31/5 ຫາ​ວັນ​ທີ 1/6. ​ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງກອງ​ທັບ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ; ແລກ​ປ່ຽ​ນ, ເຫັນ​ດີ​ເປັນ​ເອ​ກະ​ພາບ​ບັນ​ດາ​ເນື້ອ​ໃນ, ມາດ​ຕະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ