ຄະນະຜູ້ແທນຂັ້ນສູງນະຄອນ ຮ່າໂນ້ຍ ເຮັດວຽກຢູ່ ສປປ ລາວ

ຄະນະຜູ້ແທນຂັ້ນສູງນະຄອນ ຮ່າໂນ້ຍ ເຮັດວຽກຢູ່ ສປປ ລາວ - ảnh 1
ທ່ານ ຟ້າ​ມກວາງ​ຫງີ້
ເລ​ຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ
ພາບ:internet


(vovworld) - ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນ ຮ່າ​ໂນ້ຍ ​ໂດຍ​ທ່ານ ຟ້າ​ມກວາງ​ຫງີ້ (Phạm Quang Nghị) ກຳມະການ​ກົມ​ການ​ເມືອງ, ​ເລ​ຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ນຳ​ຫນ້າ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ແຕ່​ວັນ​ທີ 8-12/12. ຕອນ​ບ່າຍ​ວັນ​ທີ 8/12, ຢູ່​ນະຄອນຫລວງ ວຽງ​ຈັນ, ຄະນະ​ຜູ້​ແທນ ຫວຽດນາມ ​ໄດ້​ມີ​ການ​ເຈລະຈາ​ກັບ ຄະນະ​ຜູ້​ແທນ​ຂັ້ນ​ສູງ ນະຄອນ ວຽງ​ຈັນ ​ໂດຍ​ທ່ານ ສຸ​ກັນ ມະຫາລາດ, ​ເລຂາ​ຄະນະ​ພັກ ທັງ​ເປັນ​ເຈົ້າ​ຄອງ​ນະຄອນຫລວງ​ວຽງ​ຈັນ ນຳ​ຫນ້າ. ທີ່​ການ​ເຈລະຈາ, ສອງ​ຝ່າຍ​​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ພັດທະນ​າ​ເສດຖະກິດ​ສັງຄົມ, ສະພາບ​ການ​ອົງຄະ​ນະ​ພັກ​ຂອງ​ສອງ​ນະຄອນ, ຕີ​ລາຄາ​ໝາກຜົນ​ການ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ ​ແລະ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​​ເມື່​ອ​ເຫັນ​ວ່າ ການ​ຮ່ວມ​ມື​ລະຫວ່າງ​ສອງ​ນະຄອນ​ແມ່ນ​ພັດທະນາ​ຢ່າງຮອບດ້ານ​ໃນ​ຫລາຍ​ຂົງ​ເຂດ. ສອງ​ຝ່າຍ​ປາດ​ຖະຫນາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ນະຄອນຫລວງ​ໃຫ້​ພັດທະນາ​ຮອບດ້ານ​ຢູ່​ໃນ​ລະດັບ​ສູງ​​ໃຫມ່.​​ໃນ​ໄລຍະ​ຈະ​ມາ​ເຖິງ ສອງ​ນະຄອນ ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ,​​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ, ການ​ຮ່ວມ​ມື, ຊ່ວ​​ຍ​ເຫລືອ​ເຊິ່ງກັນ ​ແລະ​ກັນ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ໃນ​ຫລາຍ​ຂົງ​ເຂດ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ.

 

 

 

 

 

ຂ່າວ/ບົດ​ອື່ນ