ຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມຢ້ຽມຢາມກຳປູເຈຍ

ຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມຢ້ຽມຢາມກຳປູເຈຍ - ảnh 1
ທ່ານ​ເລ​ຮົ່ງ​ແອງ (ພາບ​ປະ​ກອບ)

(vovworld) – ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງພັກ​ກອມມ​ູນິດ ຫວຽດ​ນາມ ໂດຍ​ທ່ານ ເລ​ຮົ່ງ​ແອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ນຳ​ໜ້າ​​ໄດ້​ໄປຢ້ຽມ​ຢາມ ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 7 – 10/6/2015. ຕອນ​ບ່າຍ​ວັນ​ທ​ີ 8/6, ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ, ທ່ານ ເລ​ຮົ່ງ​ແອງ ເຈ​ລະ​ຈາ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ປະ​ຊາ​ຊົນ ກ​ຳ​ປູ​ເຈຍ ໂດ​ຍ​ທ່ານ Sai Chhum, ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ຮອງ​ປະ​ທານ​ສະ​ພາ​ສູງ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ເປັນ​ຫົວ​ໜ້າ​ຄະ​ນະ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ຖະ​ຫ​ວາຍ​ດ​ອກ​ໄມ້​ທ​ູບ​ທຽນ​ບູ​ຊາຢູ່​ອະ​ນຸ​ສາ​ວະ​ລີ​ເອ​ກະ​ລາດ ກຳ​ປູ​ເຈຍ ແລະ ອະ​ນຸ​ສາ​ວ​ລີ​ທະ​ຫານ​ອາ​ສາ​ສະ​ໝັກ ຫວຽດ​ນາມ​ຢູ່​ນະ​ຄອນຫຼວງ ພະ​ນົມ​ເປັນ. ກ່ອນ​ໜ້ານັ້ນ, ຕອນ​ຄ່ຳ​ວັນ​ທີ 7/6, ທ່ານ​ເລ​ຮົ່ງ​ແອງ ໄດ້​ໄປ​ຢ້ຽມ​ຢາມ, ໂອ້​ລົມ​ກັບ​ພະ​ນັ​ກ​ງານ​ສະ​ຖານ​ທູດ, ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ.

                       


ຂ່າວ/ບົດ​ອື່ນ