ຄະນະຜູ້ແທນຂັ້ນສູງສະພາສູງສ.ເຊັກໂກຢ້ຽນຢາມນະຄອນດ່າໜັງ
ທ່ານ ຫງວຽນຊວນແອງ ເລຂາຄະນະພັກນະຄອນ ດ່າໜັງ
ຕ້ອນຮັບທ່ານ Milan Stech ປະທານສະພາສູງ ສ.ເຊັກໂກ
(ພາບ: TTXVN)
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ວັນທີ 18/11, ຄະນະຜູ້ແທນຂັ້ນສູງສະພາສູງ ສ.ເຊັກໂກ ໂດຍທ່ານ Milan Stech ປະທານສະພາສູງ ສ.ເຊັກໂກ ນຳໜ້າໄປຢ້ຽມຢາມນະຄອນ ດ່າໜັງ. ທີ່ການຕ້ອນຮັບ ທ່ານ ຫງວຽນຊວນແອງ ເລຂາຄະນະພັກນະຄອນ ດ່າໜັງ ເນັ້ນໜັກວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເວົ້າລວມ, ຄະນະພັກ ປະຊາຊົນ ນະຄອນ ດ່າໜັງ ເວົ້າສະເພາະ ຍາມໃດກໍຖືເປັນສຳຄັນ ແລະ ເພີ່ມພູນຄູນສ້າງພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງ 2 ປະເທດ ຫວຽດນາມ ແລະ ສ.ເຊັກໂກ. ທ່ານ ຫງວຽນຊວນແອງ ເລຂາຄະນະພັກນະຄອນ ດ່າໜັງ ປາດຖະໜາຢາກລັດຖະບານ ເຊັກໂກ ມີມາດຕະການເພີ່ມທະວີການແລກປ່ຽນດ້ານການຄ້າ 2 ຝ່າຍ ແລະ ສ້າງເງື່ອນໄຂໃຫ້ວິສາຫະກິດ 2 ປະເທດຮ່ວມມື ຊອກຮູ້ຕະຫລາດເປັນຕົ້ນໃນບັນດາຂົງເຂດ ເຊິ່ງ ສ.ເຊັກໂກມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການຄື: ກໍ່ສ້າງພື້ນຖານໂຄງລ່າງ, ພະລັງງານ, ໂທລະຄົມມະນາຄົມ.