ທ່ານ ເລຮົ່ງແອງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການພັດທະນາຄົບວົງຈອນ ໜອງທາ
|
(vovworld) – ສືບຕໍ່ການເຄື່ອນໄຫວເນື່ອງໃນໂອກາດການຢ້ຽມຢາມ, ເຮັດວຽກ ແລະ ອວຍພອນບຸນປີໃຫມ່ລາວ, ຕອນເຊົ້າວັນທີ 13/4, ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາສູນກາງພັກກອມມູນິດຫວຽດນາມ ນຳຫນ້າ ໄດ້ເຂົ້າຮ່ວມພິທີຕ້ອນຮັບບຸນປີໃຫມ່ພ້ອມກັບບັນດາການນຳ ລາວ ພ້ອມດ້ວຍຜູ້ຕາງຫນ້າບັນດາກະຊວງ, ຂະແຫນງການຂອງ ຫວຽດນາມ ແລະລາວ. ກ່ອນຫນ້ານັ້ນ ທ່ານເລຮົ່ງແອງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບການນຳແຂວງ ສະຫວັນນະເຂດ ໂດຍທ່ານ ສຸພັນ ແກ້ວມີໄຊ, ເລຂາຄະນະພັກ,ເຈົ້າແຂວງໆ ສະຫວັນນະເຂດ ນຳຫນ້າ. ທ່ານເລຮົ່ງແອງ ຕີລາຄາສູງໝາກຜົນການຮ່ວມມື, ຊ່ວຍເຫລືອເຊິ່ງກັນ ແລະກັນລະຫວ່າງແຂວງ ສະຫວັນນະເຂດ ກັບບັນດາແຂວງ, ນະຄອນ ຂອງຫວຽດນາມ ນັບມື້ນັບມີປະສິດທິຜົນ ແລະ ປາດຖະຫນາວ່າ ໃນໄລຍະຈະມາເຖິງ, ສະຫວັນນະເຂດສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນກັບບັນດາແຂວງ ນະຄອນຂອງຫວຽດນາມ ເປັນຕົ້ນໃນຂົງເຂດບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ, ແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ຊ່ວຍພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ. ເນື່ອງໃນໂອກາດນີ້ ທ່ານເລຮົ່ງແອງ ໄດ້ມອບຄອມພິວເຕີ 30 ຊຸດໃຫ້ແຂວງ ສະຫວັນນະເຂດ. ແລະໃນຂອບເຂດການຢ້ຽມຢາມລາວ, ທ່ານເລຮົ່ງແອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບໍລິສັດ Star Telecom. ນີ້ແມ່ນບໍລິສັດຮ່ວມທຸລະກິດລະຫວ່າງກຸ່ມບໍລິສັດໂທລະຄົມຂອງກະຊວງປ້ອງກັນປະເທດຫວຽດນາມ ແລະ ບໍລິສັດໂທລະຄົມຂອງກະຊວງປ້ອງກັນປະເທດລາວ.
ວັນທີ 12/4 ທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມ, ພົບປະ ແລະ ໂອ້ລົມ ກັບບັນດາພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ປະຈຳ ລາວ.
ກໍ່ໃນວັນດຽວກັນ, ທ່ານເລຮົ່ງແອງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ທະນາຄານ ລາວ- ຫວຽດນາມ (LaoVietBank) ຢູ່ນະຄອນຫຼວງ ວຽງຈັນ. ທ່ານ ເລຮົ່ງແອງ ປາດຖະໜາວ່າ: ໃນໄລຍະຈະມາເຖິງ, ທະນາຄານ ລາວ-ຫວຽດນາມ ສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະທີ່ຜ່ານມາ, ປະຕິບັດວຽກງານເປັນ ຂົວຕໍ່ຊ່ວຍໃຫ້ບັນດາວິສາຫະກິດ ຫວຽດນາມ ທີ່ພວມລົງທຶນຢູ່ ລາວ ແລະ ບັນດາວິສາຫະກິດ ລາວ ພວມລົງທຶນຢູ່ ຫວຽດນາມ ໄດ້ກູ້ຢືມທຶນ ເພື່ອຜັນຂະຫຍາຍບັນດາໂຄງການ ໄດ້ຮັບປະກັນຄວາມຄືບໜ້າ, ຄຸນນະພາບ; ສືບຕໍ່ປະຕິບັດວຽກງານຮັບປະກັນຊີວິດສັງຄົມຢູ່ ລາວ ເປັນຢ່າງດີ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ, ກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ແລະກໍ່ໃນວັນດຽວກັນ, ທ່ານ ເລຮົ່ງແອງ ໄດ້ໄປຢ້ຽມຢາມຫໍພິພິທະພັນ ໄກສອນ ພົມວິຫານ ແລະ ເຂດອະນຸສອນສະຖານ ອະດີດປະທານປະເທດ ສະເດັດເຈົ້າສຸພານຸວົງ.