ຄະນະຜູ້ແທນຂັ້ນສູງແຂວງສະຫວັນນະເຂດ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ Phu Yen

ຄະນະຜູ້ແທນຂັ້ນສູງແຂວງສະຫວັນນະເຂດ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ Phu Yen - ảnh 1
ການ​ນຳ​ສອງ​ທ່ານ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​
( ພາບ: vietnamplus.vn )

( vovworld ) –   ວັນ​ທີ 1/5, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ​ສະຫວັນ​ນະ​ເຂດ​ແຫ່ງ​ສປປ ລາວ ​ໂດຍ​ທ່ານເລຂາ​ຄະນະ​ພັກ​ແຂວງ, ​ເຈົ້າ​ແຂວງ ສຸພັນ ​ແກ້ວ​ມີ​ໄຊ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ Phu Yen. ທີ່​ການ​ເຮັດ​ວຽກ, ການ​ນຳ​ສອງ​ແຂວງ​ໄດ້​ແຈ້ງ​ໃຫ້​ກັນຊາບ​​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ການປ້ອງກັນຊາດ ປ້ອງ​ກັນ​ຄວາມ​ສະຫງົບ, ວຽກງານ​ກໍ່ສ້າງ​ພັກ​ລະຫວ່າງ​ສອງ​ທ້ອງ​ຖິ່ນ​ໃນ​ໄລຍະ​ຜ່ານ​ມ​າ. ການ​ນຳ​ສອງ​ທ່ານ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມືຍາວ​ນານ​​ໃນ​ບັນດາ​ຂົງ​ເຂດຄື ​ການພັດທະນາ​ການຄ້າ, ການທ່ອງທ່ຽວ, ວັດທະນະທຳ​ສັງຄົມ, ​ແລກປ່ຽນ​ຂ້ໍມູນ​ຂ່າວ​​ເພື່ອດຶງ​ດູດການ​ລົງທຶນ, ນະ​ໂຍບາຍ​ໃຫ້​ບຸລິມະສິດ​​ແກ່ວິ​ສາ​ຫະກິດ, ການພັດທະນາ​ດ້ານການ​ຄ້າ​ ການ​ບໍລິການ, ການພັດທະນາ​ສິນຄ້າ​ຂອງ​ສອງ​ແຂວງ ​ແລະ ການ​ເພີ່ມ​ທະວີບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ. ການ​​ນຳສ​ອງທ່ານ​ກໍ​ໃຫ້​ຄຳ​ໝັ້ນ​ສັນຍາ​ສ້າງ​ທຸກ​ເງື່ອນ​ໄຂອຳນວຍ​ຄວາມ​ທີ່​ສະດວກ​ ເພື່ອ​​ໃຫ້ວິ​ສາ​ຫະກິດ​ຂອງ​ສອງ​​ແຂວງ​ປະຕິບັດ​ການ​ເຄື່ອນ​ໄຫວ​ດ້ານການ​ຄ້າ ​ແລະ ການ​ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ