ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດລາວ
ຕ້ອນຮັບ ທ່ານ ເຈີນກວກເວື້ອງ, ຫົວຫນ້າຄະນະກຳມະການກວດກາສູນກາງ
|
(vovworld)- ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ, ວັນທີ26/5 ຢູ່ ນະຄອນຫລວງ ວຽງຈັນ, ທ່ານ ເຈີນກວກເວື້ອງ, ຫົວຫນ້າຄະນະກຳມະການກວດກາສູນກາງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດລາວ ແລະ ພົບປະກັບຫົວຫນ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ. ທີ່ການພົບປະຄັ້ງຕ່າງໆ, ທ່ານ ເຈີນກວກເວື້ອງ ຢືນຢັນ: ສອງອົງການກວດກາຂອງສູນກາງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ຈະສົມທົບກັນຢ່າງແຫນ້ນແຟ້ນກວ່າອີກ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວ, ແບ່ງປັນບົດຮຽນນຳກັນໃນວຽກງານກວດກາ, ຕິດຕາມກວດກາ ແລະ ປະຕິບັດວິໄນໃນພັກ, ເປັນຕົ້ນແມ່ນວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ, ຕ້ານສະພາບເຊື່ອມທາດຂາດຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດໃນພະນັກງານ, ສະມາຊິກພັກ, ເພີ່ມທະວີການສົມທົບກັນບຳລຸງສ້າງພະນັກງານເຮັດວຽກງານກວດກາກໍຄືສົມທົບກັນປ່ຽນໃຫມ່ເນື້ອໃນ ແລະ ວິທີການວຽກງານກວດກາ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນວຽກງານກໍສ້າງພັກຂອງແຕ່ລະພັກ.
ນະທີ່ນີ້, ບັນດາການນຳພັກ, ລັດ ລາວ ໄດ້ສະແດງຄວາມປາດຖະຫນາຢາກສອງອົງການກວດກາສູນກາງຂອງສອງພັກ ຈະສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວ, ແບ່ງປັນບົດຮຽນໃນວຽກງານກວດກາ, ຕິດຕາມກວດກາ ແລະ ປະຕິບັດວິໄນໃນພັກ, ປະກອບສ່ວນຍົກສູງກຳລັງຄວາມສາມາດຊີ້ນຳນຳພາ, ກຳລັງຕໍ່ສູ້ຂອງແຕ່ລະພັກ.