ຄະນະຜູ້ແທນນັກຂ່າວ ກຳປູເຈຍ ຢ້ຽມຢາມ ແລະ ເຮັກວຽກກັບ VOV


    ຄະນະຜູ້ແທນນັກຂ່າວ ກຳປູເຈຍ ຢ້ຽມຢາມ ແລະ ເຮັກວຽກກັບ VOV - ảnh 1
ຈຸ​ນັກ​ຂ່າວ​ກຳ​ປູ​ເຈຍ

(vovworld)- ຕອນ​ບ່າຍວັນ​ທີ 22/6, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍສຽງ​ຫວຽດ​ນາມ ວູ້​ຫາຍ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ນັກ​ຂ່າວ ກຳ​ປູ​ເຈຍ ໂດຍ​ທ່ານ Ly Van Hong ລັດ​ຖະ​ມົນ​ຕີຊ່ວຍ​ວ່າ​ການ, ທີ່​ປຶກ​ສາ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ເປັນ​ຫົວ​ໜ້າ​ຄະ​ນະ ທີ່​ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍສຽງ​ຫວຽດ​ນາມ ວູ້​ຫາຍ ຫວັງ​ວ່າ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບັນ​ດາ​ຄະ​ນະ​ນັກ​ຂ່າວ, ບັນ​ນາ​ທິ​ການ ກໍ​ຄື​ແລກ​ປ່ຽນ​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ. ສ່ວນ​ ທ່ານ Ly Van Hong ຮອງ​ລັດ​ຖະ​ມົນ​ຕີ, ທີ່​ປຶກ​ສາ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ເນັ້ນ​ໜັກ​ວ່າ ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ​ວິ​ທະ​ຍຸ​ກະ​ຈາຍສຽງ​ຫວຽດ​ນາມໄດ້​ຊ່ວຍກໍ່​ສ້າງ​ບັນ​ດາ​ສະ​ຖາ​ນີ​ວິ​ທະ​ຍຸ​ຢູ່ 11 ແຂວງ ແລະ ນ​ະ​ຄອນຂອງ​ກຳ​ປູ​ເຈຍ. ​ ທ່ານ Ly Van Hong ຫວັງວ່າ ​ວິ​ທະ​ຍຸ​ກະ​ຈາຍສຽງ​ຫວຽດ​ນາມຈະ​ສືບ​ຕໍ່​ຊ່ວຍ​ເຫຼືອ​ພັດ​ທະ​ນາ​ວິ​ທະ​ຍຸ 15 ແຫ່ງ​ ແລະ ສົ່ງ​ພະ​ນັກ​ງານ​ເຕັກ​ນິກ​ໄປ​ຊ່ວຍ​ວິ​ທະ​ຍຸ​ຂອງ​ກຳ​ປູ​ເຈຍ.

ຂ່າວ/ບົດ​ອື່ນ