(vovword) - ວັນທີ 04/7, ຄະນະຜູ້ແທນນັກຮົບເກົ່າ ຫວຽດນາມ ໂດຍທ່ານ Huynh Dac Huong ອະດີດກຳມະການການເມືອງ ກອງບັນຊາການທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານການທະຫານ ຫວຽດນາມ ຢູ່ ລາວ ນຳຫນ້າ ໄດ້ເຂົ້າຢ້ຽມຂຳ່ນັບທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່, ປະທານປະເທດ ລາວ. ນະທີ່ນີ້ ທ່ານ ຈູມມະລີ ໄຊຍະສອນ ໄດ້ຢືນຢັນວ່າ ປະຊາຊົນລາວບັນດາເຜົ່າ ຍາມໃດກໍຈົດຈຳ່ ແລະ ສະແດງຄວາມຮູ້ຄຸນຕໍ່ບັນດາທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານການທະຫານ ຫວຽດນາມ ແລະ ໝັ້ນໝາຍວ່າຈະປັບປຸງ,ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ໝັ້ນຄົງຖະໜົງແກ່ນຈົນຊົ່ວກາລະນານ ແລະຖ່າຍທອດໃຫ້ແກ່ຄົນລຸ້ນຫລັງ. ການຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນນັກຮົບເກົ່າ ຫວຽດນາມ ແມ່ນການປະກອບສ່ວນຢ່າງແທດຈິງ ໃຫ້ແກ່ການເຄື່ອນໄຫວຂອງປະຊາຊົນ 2 ປະເທດ ມຸ່ງໄປເຖິງປີສາມັກຕີມິດຕະພາບ ລາວ ຫວຽດນາມ 2012.