ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນລັດເຊຍ

ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນລັດເຊຍ - ảnh 1
ຄະນະ​ຜູ້​​ແທນພັກ​ກອມ​ມູນິດ​ຫວຽດນາມ
ເຮັດ​ວຽກ​ຢູ່​ສະຫະພັນ​ລັດ​ເຊຍ
(ພາບ: chinhphu.vn)

(vovworld) -     ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​​ແຕ່​ວັນ​ທີ 17 – 18/9 ຢູ່​ລັດ​ເຊຍ, ຄະນະ​ຜູ້​​ແທນພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ Dinh The Huynh, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ ​ນຳ​ໜ້າ​ໄດ້​ມີ​ບັນດາ​ການ​ພົບ​ປະ​ ​ແລະ ​ເຮັດ​ວຽກກັບ​ການ​ນຳ​ພັກ​ກອມ​ມູນິດ​ສະຫະພັນ​ລັດ​ເຊຍ (KPRF) ​ແລະ ການ​ນຳ​ພັກ “ປະ​ເທດ​ລັດ​ເຊຍ​ເອກະ​ພາບ” (ER) ກຳ​ອຳນາດ. ທີ່​ການພົບປະລະຫວ່າງ​ຄະນະ​ຜູ້​​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ກັບ​ການ​ນຳ​ພັກກອມ​ມູນິດ​ສະຫະພັນ​ລັດ​ເຊຍ, ທ່ານ​ປະທານ​ຄະນະ​ກຳມະທິການ​ສູນ​ກາງ​ພັກ Ghennady Ziuganov ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ພັກ ​ແລະ ປະຊາຊົນ​ສອງ​ປະ​ເທດ ນັບ​ມື້​ນັບ​ໄດ້​ຮັບ​ການປັບປຸງ ​ແລະ ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທີ່​ການ​ພົບ​ປະ​ກັບ​ການ​ນຳພັກ “ປະ​ເທດ​ລັດ​ເຊຍ​ເອກະ​ພາບ” ​ໂດຍ​ທ່ານ​ເລຂາ​ຜູ້​ປະຈຳການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ Dmitry Travkin ນຳ​ໜ້າ, ສອງ​ຝ່າຍ​ໄດ້​ຖື​ວ່າ ສອງ​ພັກ​ຄວນ​ມານະ​ພະຍາຍາມ​ກວ່າ​ອີກ ​ເພື່ອ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ​, ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ, ປະກອບສ່ວນ​ປັບປຸງ​ສັນຕິພາບ, ການຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ຢູ່ໃນ​​ໂລກ.

ຂ່າວ/ບົດ​ອື່ນ