ຄະ­ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ ຫວຽດ­ນາມ ໄປ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່ ສ.ຝ​ລັ່ງ

(VOVWORLD) -ໃນລະ­ຫວ່າງວັນທີ 25 – 29 ຕຸ­ລາ, ຄະ­ນະຜູ້ແທນຂັ້ນສູງ ຂອງພັກກອມມູນິດ ຫວຽດ­ນາມ ໂດຍທ່ານ ເຈິ່ນກວກເວື້ອງ, ກຳ­ມະ­ການກົມການ­ເມືອງ, ຜູ້ປະ­ຈຳ­ການຄະ­ນະເລ­ຂາທິການ, ນຳໜ້າ ໄດ້ໄປຢ້ຽມ­ຢາມ ແລະ ເຮັດວຽກ ຢູ່ ຝລັ່ງ. ໃນການຢ້ຽມ­ຢາມ, ທ່ານເຈິ່ນກວກເວື້ອງໄດ້ ມີບັນ­ດາການພົບປະ, ເຮັດວຽກກັບ ການນຳຕ່າງໆຂອງຝລັ່ງ.
ຄະ­ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ ຫວຽດ­ນາມ ໄປ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່ ສ.ຝ​ລັ່ງ - ảnh 1ທ່ານ ເຈິ່ນກວກເວື້ອງ, ກຳ­ມະ­ການກົມການ­ເມືອງ, ຜູ້ປະ­ຈຳ­ການຄະ­ນະເລ­ຂາທິການ ພົບປະເຈລະຈາກັບທ່ານ Phillipe  Dallier ຮອງປະທານຜູ້ທີໜຶ່ງຂອງສະພາສູງຝລັ່ງ (ພາບ: TTXVN)

ທີ່ບັນ­ດາການເຮັດວຽກ, ທ່ານເຈິ່ນກວກເວື້ອງ ຢັ້ງ­ຢືນວ່າ ຫວຽດ­ນາມຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ຝລັ່ງ ເຊິ່ງເປັນໜຶ່ງໃນບັນ­ດາຄູ່ຮ່ວມມືແຖວໜ້າຢູ່ ເອີລົບ ແລະ ໃນໂລກ, ມີທີ່ຕັ້ງບຸ­ລິ­ມະ­ສິດສູງໃນນະ­ຍ­ບາຍທາງການທູດຂອງ ຫວຽດ­ນາມ, ປາດ­ຖະ­ໜາວ່າ ສອງຝ່າຍຈະສືບ­ຕໍ່ບັນ­ດາກົນໄກສົນ­ທະ­ນາ ແລະ ຜັນຂະ­ຫຍາຍບັນ­ດາຂໍ້ຕົກ­ລົງທີ່ໄດ້ຮັບການລົງນາມແລ້ວຢ່າງມີປະ­ສິດທິຜົນ. ເມື່ອຕີລາ­ຄາບົດ­ບາດຂອງ  ຝລັ່ງໃນສະຫະ­ພາບເອີລົບ (EU), ທ່ານເຈິ່ນກວກເວື້ອງໄດ້ສະ­ເໜີໃຫ້ສອງປະ­ເທດເພີ່ມທະ­ວີການຮ່ວມມືໃນຂອບເຂດບັນ­ດາກົນໄກ ຂອງ ອາຊຽນ ແລະ ສະ­ຫະປະ­ຊາ­ຊາດ, ພ້ອມທັງສະ­ເໜີໃຫ້ຝລັ່ງວ່າ ດ້ວຍບົດ­ບາດສຳຄັນຂອງຕົນໃນເອີລົບ, ຝລັ່ງຈະສືບ­ຕໍ່ຊຸກ­ຍູ້ເພື່ອໃຫ້ລັດຖະສະ­ພາເອີລົບໃຫ້ສັດ­ຕະ­ຍາ­ບັນບັນ­ດາສົນ­ທິ­ສັນ­ຍາ EVFTA ແລະ EVIPA ໂດຍໄວ.

        ໂດຍ ຕາງ­ໜ້າໃຫ້ແກ່ລັດ­ຖະ­ບານ, ລັດຖະສະພາຝລັ່ງໄດ້ສະ­ເໜີໃຫ້ສອງປະເທດເພີ່ມທະ­ວີການສົມ­ທົບກັນເພື່ອຜັນຂະ­ຫຍາຍບັນ­ດາໂຄງ­ການສຳ­ຄັນທີ່ພວມໄດ້ຮັບການຮ່ວມມືໃຫ້ມີປະ­ສິດທິຜົນກ່ວາອີກ, ສະ­ແດງຄວາມປາດ­ຖະ­ໜາຢາກເພີ່ມທະ­ວີການຮ່ວມມືເສດຖະ­ກິດ, ການຄ້າ ຢັ້ງຢືນວ່າ ຈະສືບຕໍໍ່ຊຸກ­ຍູ້ລັດຖະສະ­ພາເອີລົບ ແລະ ສະ­ພາແຫ່ງຊາດຝລັ່ງໃຫ້ສັດຕະ­ຍາ­ບັນບັນ­ດາສົນ­ທິ­ສັນ­ຍາການຄ້າເສ­ລີລະ­ຫວ່າງ ຫວຽດ­ນາມ - ສະ­ຫະ­ພາບເອີລົບ (EVFTA) ແລະ ສົນ­ທິສັນຍາອາ­ລັກ­ຂາການລົງທຶນ  ຫວຽດ­ນາມ - ສະ­ຫະ­ພາບເອີລົບ (EVIPA). ຝລັ່ງກໍ່ສະແດງຄວາມສະ­ໜັບ­ສະໜູນຕໍ່ການແກ້ໄຂບັນ­ດາການຂັດແຍ່ງຢູ່ ທະ­ເລຕາ­ເວັນອອກ ໂດຍສັນຕິວິ­ທີ, ເຄົາ­ລົບກົດ­ໝາຍສາ­ກົນ, ຮັບ­ປະ­ກັນຄວາມໝັ້ນ­ຄົງ, ຄວາມເສ­ລີໃນການເດີນເຮືອ, ການ­ບິນບົນພື້ນ­ຖານ ສົນ­ທິ­ສັນ­ຍາ ສປຊ ກ່ຽວກັບກົດ­ໝາຍວ່າດ້ວຍທະ­ເລ (UNCLOS 1982). 

ຕອບກັບ

ຂ່າວ/ບົດ​ອື່ນ