ຄະນະຜູ້ແທນພັກກອມມູນິດຫວຽດນາມ ຢ້ຽມຢາມຈີນ

ຄະນະຜູ້ແທນພັກກອມມູນິດຫວຽດນາມ ຢ້ຽມຢາມຈີນ - ảnh 1
​ທ່ານ ​ໂງ​ວັນ​ຢຸ ພົບປະກັບທ່ານ ຫວາງຈີຊານ
(ພາບ: vietnamplus.vn)


(vovworld) - ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຈາກຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຄະນະ​ຜູ້​ແທນພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ ​ໂງ​ວັນ​ຢຸ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ກວດກາ​ສູນ​ກາງນຳ​ໜ້າ ​ໄດ້​ໄປ​ຢ້ຽມຢາ​ມ ​ແລະ ​ເຮັດ​ວຽກ​ຢູ່​ຈີນ​ ​​ແຕ່​ວັນ​ທີ 23/04. ທີ່​ການ​ເຈລະຈາ​, ທ່ານ ຫວາງຈີຊານ ກຳມະການ​ຜູ້​ປະຈຳການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​, ​ເລຂາ​ຄະນະ​ກວດ​ກາ​ປະຕິບັດ​ວິ​ໄນ​ສູນ​ກາງພັກ​ກອມ​ມູນິດ​ຈີນ, ຢືນຢັນ​ວ່າ ຍາມ​ໃດ​ພັກ, ລັດຖະບານ ​ແລະ ປະຊາຊົນ​ຈີນ ກໍ​ຖື​ການ​ພັດທະນາ​ການພົວພັນ​ກັບ​ຫວຽດນາມ ​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ວ່າ ຢາກ​ພ້ອມ​ກັບ ຫວຽດນາມ ພັດທະນາ​ສາຍ​ພົວພັນ​ມິດຕະພາບອັນ​ເປັນ​ມູນ​ເຊື້ອຍິ່ງກວ່າ​ອີກ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ.

        ສ່ວນ​ທ່ານ ໂງ​ວັນ​ຢຸ ​ໄດ້​ຝາກຄຳ​ຢື້​ຢາມ​ຖາມ​ຂ່າວ​ຂອງ​ພັກ ​ແລະ ປະຊາຊົນ​ຫວຽດນາມ ​ເຖິງ​ຜູ້​ປະສົບ​​ເຄາະ​ຮ້າຍ​ໃນ​ເຫດ​ແຜນ​ດິນ​ໄຫວ​ຢູ່​ແຂວງ​ເຊຊວນ ທ່ີ​ຜ່ານ​ມາ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ​້ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ, ປະຊາຊົນ​ຈີນ ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງຈາກ​ໄພ​ທຳ​ມະ​ຊາດ, ຟື້ນ​ຟູຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ເຂດ​ປະສົບ​ເຄາະ​ຮ້າຍ​ເປັນ​ປົກກະຕິ. ທ່ານ ໂງ​ວັນ​ຢຸ ​ເນັ້ນ​ໜັກ​ວ່າ ຍາມ​ໃດ​ພັກ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ກໍ​ຖື​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ​ລະຫວ່າງ​ຫວຽດນາມ ​ແລະ ຈີນ ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປ່າຍ.

ຂ່າວ/ບົດ​ອື່ນ