(vovworld) – ໃນລະຫວ່າງວັນທີ 18 – 21/09, ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕາງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ນຳໜ້າເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງທີ 8 ກອງປະຊຸມສາກົນບັນດາພັກການເມືອງອາຊີ (ICAPP) ຢູ່ນະຄອນຫຼວງ Colombo, ສ.ສິລັງກາ. ມີຜູ້ແທນເກືອບ 300 ຄົນທີ່ມາຈາກ 75 ພັກການເມືອງຂອງ 30 ປະເທດອາຊີ ແລະ ຄະນະນັກສັງເກດການຂຶ້ນກັບບັນດາພັກ, ອົງການຈັດຕັ້ງພາກພື້ນ ແລະ ສາກົນເຂົ້າຮ່ວມກອງປະຊຸມ, ດ້ວຍຫົວຂໍ້ວ່າ “ກໍ່ສ້າງປະຊາຄົມອາຊີ”. ທີ່ການພົບປະກັບທ່ານປະທານາທິບໍດີສິລັງກາ Mahinda Raiapaksa, ທ່ານຮ້ວາງບິງກວນ ໄດ້ຂອບໃຈລັດຖະບານ ແລະ ປະຊາຊົນສິລັງກາ ທີ່ໄດ້ຊ່ວຍເຫຼືອຫວຽດນາມ ໃນວິວັດການຕໍ່ສູ້ໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືກິດຈະການປ່ຽນໃໝ່ໃນປະຈຸບັນ. ທ່ານປະທານາທິບໍດີສິລັງກາ ຕີລາຄາສູງບັນດາຜົນງານໃນການປ່ຽນໃໝ່ ແລະ ນະໂຍບາຍການຕ່າງປະເທດຂອງຫວຽດນາມ, ຊົມເຊີຍເລື່ອງເພີ່ມທະວີການແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງລະຫວ່າງ 2 ພັກ, 2 ລັດ, ຫວັງວ່າການພົວພັນຮ່ວມມືລະຫວ່າງ 2 ປະເທດຈະສືບຕໍ່ໄດ້ຮັບການຊຸກຍູ້ໃນຫຼາຍຂົງເຂດຄື, ການລົງທຶນ, ການຄ້າ, ກະສິກຳ, ສິນໃນນ້ຳ, ນ້ຳມັນອາຍແກັດ; ຮຽກຮ້ອງໃຫ້ບັນດາວິສາຫະກິດຫວຽດນາມ ໄປລົງທຶນຢູ່ສິລັງກາ.