ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມບັນດາພັກ ການເມືອງອາຊີ

ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມບັນດາພັກ ການເມືອງອາຊີ - ảnh 1
(ພາບປະກອບ)
(vovworld) - ​ໃນ​ລະຫວ່າງ​ວັນ​ທີ 29 – 31/05, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ ​ເວື​ອງ​ເທື່ອ​ຟອງ, ຮອງ​ຫົວໜ້າ​ຜູ້​ປະຈຳການ​ຄະນະພົວພັນ​ການ​ຕ່າງປະ​ເທດ​ສູນ​ກາງ, ກຳມະການຄະນະ​ກຳມະການປະຈຳ​ກອງ​ປະຊຸມ​ສາກົນ​ບັນດາ​ພັກ​ການ​ເມືອງ​ອາຊີ (ICAPP), ​​ນຳ​ໜ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​​ຫົວເລື່ອງສະ​ເພາະ​ຂອງ ICAPP ກ່ຽວ​ກັບ​ການ​ພັດທະນາ​ຂຽວ ຢູ່​ນະຄອນ​ຊີ​ອານ, ​ແຂວງ ສານ​ຊີ, ປະ​ເທດ​ຈີນ. ດ້ວຍ​ຫົວ​ຂໍ້​ວ່າ “ຊຸກ​ຍູ້​ການ​ພັດທະນາ​ຂຽວ ​ແລະ ຮ່ວມ​ມື​ສ​້າງ​ອາຊີ ​ໃຫ້​ສວຍ​ງາມ”, ກອງ​ປະຊຸມ​ສຳ​ມະ​ນາ ຫົວເລື່ອງສະ​ເພາະ​ຂອງ ICAPP ​ໂດຍ​ພັກ​ກອມ​ມູນິດ​ຈີນ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ 60 ພັກການ​ເມືອງ ທີ່ມາ​ຈາກ 30 ປະ​ເທດ. ບັນດາ​ຜູ້​ແທນ​ໄດ້​ແບ່ງປັນ​ສະພາບ​ຕົວ​ຈິງ ​ແລະ ບົດ​ຮຽນ​ຢ່າງ​ກວ້າງຂວາງກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວ​ດລ້ອມ​ຊີວະ​ພາບ, ປະຕິບັດການ​ພັດທະນາ​ຂຽວ, ພັດ​ທະນາ​ຢ່າງ​ໝັ້ນຄົງ ​ເໝາະ​ສົມ​ກັບ​ສະພາບ, ​ເງື່ອນ​ໄຂ​ສະ​ເພາະ​ຂອງ​ແຕ່ລະ​ປະ​ເທດ. ບັນດາ​ຜູ້​ແທນ​ໄດ້​ເຫັນ​ດີ​ໂດຍ​ຖື​ວ່າ ການພັດທະນາຂຽວ ​ໄດ້​ກາຍ​ເປັນ​ກຳລັງ​ໜູນໃໝ່​ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ, ​ໂດຍ​ສະ​ເພາະ​ແມ່​ນບັນດາ​ພັກ​ການ​ເມືອງ​ໃນ​ການ​ປະຕິບັດ​ການ​ພັດທະນາ​ຂຽວ. ກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ຮັບ​ຮອງ​ເອົາ​ຂໍ້​ລິ​ເລີ່​ມຊີ​ອານ, ຮຽກ​ຮ້ອງ​ໃຫ້​ບັນດາ​ພັກ​ການ​ເມືອງ​ອາຊີ ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ຂຽວ ​ແລະ ມານະ​ພະຍາຍາມ​ກ່ວາອີກເພື່ອ​ຄວາມ​ກ້າວໜ້າ​ຊີວະ​ພາບ​. ​ເນື່ອງ​ໃນ​ໂອກາດ​ນີ້, ຢູ່ນະຄອນ​ຊີ​ອານ ​ໄດ້​ດຳ​​ເນີນ​ກອງ​ປະຊຸມ​ຂອງ​ຄະນະ​ກຳມະການປະຈຳ ICAPP. ບັນດາ​ຜູ້​ແທນ​ໄດ້​ຊຸມ​ໃສ່​ປຶກສາ​ຫາ​ລື​ບັນດາ​ທິດ​ທາງ ​ແລະ ມາດ​ຕະການ​ຜັນ​ຂະຫຍາຍ​ໝາກຜົນ​ອັນ​ດີງາມ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 19 ຄະນະ​ກຳມະການປະຈຳ ICAPP ໂດຍ​ກອມ​ມູນິດ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ຂຶ້ນເປັນຄັ້ງທຳອິດຢູ່​ຮ່າ​ໂນ້ຍ​ໃນ​ເດືອ​ນ 4 ຜ່ານ​ມາ.
ຂ່າວ/ບົດ​ອື່ນ