ຄະນະຜູ້ແທນພັກກອມມູນິດຫວຽດນາມສືບຕໍ່ຢ້ຽມຢາມແລະເຮັດວຽກກັບບາງຄູ່ຮ່ວມມືຝຣັ່ງ

ຄະນະຜູ້ແທນພັກກອມມູນິດຫວຽດນາມສືບຕໍ່ຢ້ຽມຢາມແລະເຮັດວຽກກັບບາງຄູ່ຮ່ວມມືຝຣັ່ງ - ảnh 1
(ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ ​ຫວຽດ​ນ​າມ ເຮັດ​ວຽກ ຢູ່​ຝ​ຣັ່ງ)


(vovworld) –​ ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ຝ​ຣັ່ງ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ 37 ພັກ​ກອມ​ມູ​ນິດ​ຝ​ຣັ່ງ ແຕ່​ວັນ​ທີ່ 4-6/6, ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ​ຫວຽດ​ນ​າມ ໂດຍ​ທ່ານ ຟ໋າມ​ມິງ​ຈິ​ງ, ເລ​ຂາ​ສູນ​ກາງ​ພັກ​, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້​ງສູນ​ກາງ, ເປັນ​ຫົ​ວ​ໜ້າ​ຄະ​ນະ ມີ​ການ​ເຮັດ​ວຽກ​ກັບບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂອງ​ຝ​ຣັ່ງ. ໃນ​ບັນ​ດາ​ການ​ແລກ​ປ່ຽນ, ສອງ​ຝ່າຍ​ໄດ້ຮັບ​ຮອງ​ໝາກ​ຜົນ​​ແຫ່ງການ​ຮ່ວມ​ມືຢ່າງ​ຕັ້ງ​ໜ້າ ​ ​ໃນໄລ​ຍະ​ຜ່ານ​ມາ ລະ​ຫວ່າງ ບັນ​ດາ​ທ້ອງ​ຖິ່ນ, ​ວິ​ສາ​ຫະ​ກິດ ແລະ ອົງ​ການ​ກ່ຽວ​ຂ້ອງ ຂອງ​ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​​ຝ​ຣັ່ງ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື, ລົງ​ທຶນ ລະ​ຫວ່າງ ບັນ​ດາ​ອົງ​ການ, ທ້ອງ​ຖິ່ນ ແລະ ​ວິ​ສາ​ຫະ​ກິດ​ຂອງ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ ໃນ​ການກະ​ກຽມ​ໃຫ້​ແກ່ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ Francois Hollande ​ເຊິ່ງຄາດ​ຄະ​ເນ ​ຈະ​ດຳ​ເນີນໃນ​ເດືອນ 9 ຈະ​ມາ​ເຖິງ ໃຫ້ບັນ​ລຸ​ໝາກ​ຜົນ​ຢ່າງ​ຈົບ​ງາມ. ໃນ​ໄລ​ຍະ​ກ​ານເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ 37 ພັກ​ກອມ​ມູ​ນິດ​ຝ​ຣັ່ງ (PCF), ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ​ຫວຽດ​ນ​າມ ​ພົບ​ປະ​ແລກ​ປ່ຽນ ຂອງ​ຄະ​ນະ​ປະ​ຈຳ ພັກ​ກອມ​ມູ​ນິດ​ຝ​ຮັ່ງ ກັບ​ບັນ​ດາ​ຄະ​ນະ​ຜູ້​ແທນ​ສາ​ກົນ ​ທີ່ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ໃຫຍ່, ສຳ​ຜັດ​ການ​ແລກ​ປ່ຽນ ກັບຫຼາຍ​ຄະ​ນະ​ຜູ້​ແທນ​ ພັກ​ຕ່າງໆ ຢູ່ນອກກອງ​ປະ​ຊຸມ​ໃຫຍ່ ເພື່ອ​ແບ່ງ​ປັນ​ຂໍ້​ມູນ ແລະ ​ປຶກ​ສາ​ຫາ​ລືກ່ຽວ​ກັບທິດ​​ຮ່ວມ​ມື​ສອງ​ຝ່າຍ.

ຂ່າວ/ບົດ​ອື່ນ