ຄະນະຜູ້ແທນຫ້ອງວ່າການທຳນຽບປະທານາທິບໍດີ Angola ເຮັດວຽກຢູ່ແຂວງ ບັກນິນ
ທ່ານນາງ Florbela Rocha Araujo ເຮັດວຽກກັບ ທ່ານຮອງປະທານຄະນະກຳມະການປະຊາຊົນ ແຂວງ ບັກນິນ ຫງວຽນຕ໋ຽນເຍື່ອງ
(vovworld) – ວັນທີ 25/3, ຄະນະຜູ້ແທນຫ້ອງວ່າການທຳນຽບປະທານາທິບໍດີ Angola ໂດຍທ່ານນາງ Florbela Rocha Araujo, ເລຂາດ້ານລະບອບກົດໝາຍ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມແຂວງ ບັກນິນ ໃນຂອບເຂດການດຶງດູດການລົງທຶນຈາກຕ່າງປະເທດ. ການນຳແຂວງ ບັກນິນ ໄດ້ແຈ້ງໃຫ້ຄະນະຜູ້ແທນ Angola ຊາບບັນດາຈຸດສັງລວມກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງແຂວງ ແລະ ປາດຖະໜາຢາກແບ່ງປັນບົດຮຽນໃນການສົ່ງເສີມການລົງທຶນຂອງແຂວງ ບັກນິນ ກັບ Angola, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງປະຊາຊົນ 2 ປະເທດ. ຕີລາຄາສູງກົນໄກ, ນະໂຍບາຍຂອງແຂວງ ບັກນິນ ໃນວຽກງານດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (ຫຼື FDI), ທ່ານນາງ Florbela Rocha Araujo ຢືນຢັນວ່າ: ເລື່ອງຊອກຫາສະພາບການຕົວຈິງຢູ່ແຂວງ ບັກນິນ ຈະຊ່ວຍໃຫ້ Angola ມີບົດຮຽນຕື່ມອີກ ເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນດີກ່ວາອີກ. ເນື່ອງໃນໂອກາດນີ້, ທ່ານຮອງປະທານຄະນະກຳມະການປະຊາຊົນ ແຂວງ ບັກນິນ ຫງວຽນຕ໋ຽນເຍື່ອງ ແລະ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ Angola ປະຈຳ ຫວຽດນາມ ໄດ້ເຊັນບົດບັນທຶກຊ່ວຍຈຳຮ່ວມມືໃນຂົງເຂດຂຸດຄົ້ນ ແລະ ປຸງແຕ່ງເຄື່ອງປ່າຂອງດົ່ງ, ສະໜອງແຮງງານກໍ່ສ້າງໃນຂະແໜງນ້ຳມັນອາຍແກດຢູ່ Angola.