(VOVWORLD) - ວັນທີ 25 ຕຸລາ, ຄະນະລັດຖະບານຂອງທ່ານ ນາຍົກລັດຖະມົນຕີ ອິດສະລາແອັນ ເຫັນດີເປັນເອກະພາບ ຮັບຮອງເອົາຂໍ້ຕົົກລົງ ຫັນການພົວພັນກັບ ບາເຣັນເປັນປົກກະຕິ. ປັດຈຸບັນ, ຂໍ້ຕົກລົງພວມລໍຖ້າ ສະພາແຫ່ງຊາດ ອິດສະລາແອັນຮັບຮອງເອົາກ່ອນເວລາທີ່ຈະມີຜົນສັກສິດ.
ພິທີລົງນາມຂໍ້ຕົກລົງການຮ່ວມມືລະຫວ່າງ ອິດສະລາແອັນ ແລະ ບາເຣັນ (ພາບ: AFP/ TTXVN) |
ໃນເດືອນກ່ອນ, ສອງປະເທດ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການຫັນການພົວພັນເປັນປົກກະຕິ. ຂໍ້ຕົກລົງນີ້ ໄດ້ຮັບການ ສະໜັບສະໜູນຈາກບາງປະເທດຄື: ຝລັ່ງ, ເຢຍລະມັນ, ໂອມານ, ແຕ່ຍັງປະສົບກັບການຄັດຄ້ານຢ່າງແຮງຈາກ ປາແລັດສະຕິນ, ຕວັກກີ ແລະ ອີຣານ.
ກ່ອນໜ້ານັ້ນໃນວັນທີ 18 ຕຸລາ ທີ່ຜ່ານມາ, ອິດສະລາແອັນ ແລະ ບາເຣັນ ກໍ່ໄດ້ລົງນາມຂໍ້ຕົກລົງສ້າງການພົວພັນທາງການທູດຢ່າງເປັນທາງການ, ເປີດຊ່ອງທາງໃຫ້ແກ່ການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີການຄ້າ, ກະສິກຳ ແລະ ອຸດສາຫະກຳ. ຝ່າຍອິນສະລາແອັນ ກໍ່ໄດ້ມອບ ເອກະສານຢ່າງເປັນທາງການໃຫ້ ບາເຣັນເພື່ອ ສະເໜີເປີດສະຖານທູດ ອິນສະລາແອັນປະຈຳ ບາເຣັນ.