ຄະນະລັດຖະບານໃຫມ່ສິງກະໂປສາບານຕົວຮັບດຳລົງຕຳແຫນ່ງ

ຄະນະລັດຖະບານໃຫມ່ສິງກະໂປສາບານຕົວຮັບດຳລົງຕຳແຫນ່ງ - ảnh 1
ພິ​ທີສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແຫນ່ງ
​ພາບ:vietnamplus.vn
(vovworld)-  ​ຕອນ​ຄ່ຳ​ວັນ​ທີ 1/10 ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ Istana, ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ລັດ​ຖະ​ບານ​ໃຫມ່​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫລີ​ຊຽນ​ຫລົງ ໄດ້​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແຫນ່ງ ຕໍ່​ຫນ້າ​ປະ​ທານ​າ​ທິ​ບໍ​ດີ Tony Tan. ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແຫນ່ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫລີ​ຊຽນ​ຫລົງ​ໃຫ້​ຮູ້​ວ່າ: ເລື່ອງ​ຕົກ​ລົງ​ເລືອກ​ເຟັ້ນ​ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ລັດ​ຖະ​ບານ​ຄັ້ງ​ນີ້ ເພື່ອ​ນຳ​ມາ​ໃຫ້ ສິງ​ກະ​ໂປ ລັດ​ຖະ​ບານ​ເຮັດ​ວຽກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ. ທ່ານ​ໃຫ້​ຮູ້​ວ່າ: ຫນ້າ​ທີ່​ຂອງ​ທ່ານ ກໍ​ຄື​ກັນ​ກັບ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫລີກວາງ​ຢູ ແລະ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Goh Chok Tong ບໍ່​ພຽງ​ແຕ່​ແມ່ນ​ຊີ້​ນຳ​ນຳ​ພາ​ປະ​ເທດ​ສິງ​ກະ​ໂປ ໃນປະ​ຈຸ​ບັນ ໃຫ​້​ດີ​ສຸດ​ເທົ່າ​ນັ້ນ ຫາກ​ຍັງ​ກະ​ກຽມຢ່າງ​ດີ​ ​ໃຫ້ ​ການ​ນຳ​ລຸ້ນ​ສືບ​ທອດ​ອີກ​ດ້ວຍ.  ພິ​ທີ​ສາ​ບານ​ຕົວ​ມີ​ການ​ຊ້ອງ​ຫນ້າ​ຂອງ​ເຈົ້າ​ຫນ້າ​ທີ່​ປະ​ມານ 700 ທ່ານ ທີ່ມ​າ​ຈາກ​ບັນ​ດາ​ອົງ​ການຈັດ​ຕັ້ງ​ອື່ນ.

 

 

ຂ່າວ/ບົດ​ອື່ນ