ຄະນະລັດຖະບານໃໝ່ຂອງສິງຄະໂປກຽມພ້ອມຊີ້ນຳນຳພາປະເທດ

ຄະນະລັດຖະບານໃໝ່ຂອງສິງຄະໂປກຽມພ້ອມຊີ້ນຳນຳພາປະເທດ - ảnh 1
ຄະນະລັດຖະບານໃໝ່ຂອງສິງຄະໂປ
ກຽມພ້ອມຊີ້ນຳນຳພາປະເທດຊາດ
(ພາບ: VTV)


(vovworld) – ​ທີ່​ການ​ປະຊຸມ​ຂ່າວ​​ໃນ​ຕອນ​ບ່າຍ​ວັນ​ທີ 28/09, ຢູ່​ທຳນຽບປະທານາທິບໍດີ Istana, ທ່ານ​ນາຍົກລັດຖະມົນຕີສິງຄະ​ໂປ ຫຼີຊຽນຫຼົງ ​ໄດ​້​ແນະນຳ​ຄະນະ​ລັດຖະບານ​ໃໝ່ ລວມມີ 37 ທ່ານ, ​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ຄະນະ​ລັດຖະບານ​ເກົ່າລວມ 33 ທ່ານ. ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຢືນຢັນ​ວ່າ, ບັນ​ຊີ​ລາຍ​ຊື່​ຄະນະ​ລັດຖະບານ​ໃໝ່​ນີ້ ​ແມ່ນ “ການ​ກະທຳ​ທີ່​​ໂດ​ດ​ເດັ່ນ” ​ເພື່ອ​ຮັບປະກັນ​ໃຫ້​ມີ​ຖັນ​ແຖວ​ການ​ນຳ​ໃໝ່​ກຽ​ມພ້ອມ​ຮັບໜ້າ​ທີ່​ວຽກ​ງານ​ຊີ້​ນຳ​ນຳພາ​ປະ​ເທ​ດຊາດ ພາຍຫຼັງ​ການ​ເລືອກຕັ້ງ​ໃນ​ປີ 2020. ທ່ານ​ນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຮຽກຮ້ອງ​ໃຫ້​ປະຊາຊົນ​ສິງຄະ​ໂປ ສະ​ແດງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ສະໜັບສະໜູນ​​ການ​ນຳ​ລຸ້ນ​ໃໝ່ ​ເພື່ອ​ໃຫ້​ເຂົາ​ເຈົ້າສາມາດ​ອຸທິດ​ສ່ວນ​ໃຫ້​ປະ​ເທດ​ຊາດ. ຕາມ​​ແຜ​ນການ, ຄະນະ​ລັດຖະບານ​ໃໝ່​ຈະ​ສະບາ​ນຕົວ​ຮັບ​ດຳລົງ​ຕຳ​ແໜ່​ງ​ໃນວັນ​ທີ 01/10 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ