(vovworld) - ວັນທີ 16/10, ທ່ານ To Huy Rua, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ, ພ້ອມກັບຄະນະສະມາຊິກສະພາແຫ່ງຊາດແຂວງ ບັກນິງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ຢາບິ່ງ ແລະ ເມືອງ ເລືອງຕ່າຍ. ບັນດາສະມາຊິກສະພາແຫ່ງຊາດ ໄດ້ແຈ້ງໃຫ້ຊາບການຄາດຄະເນເນື້ອໃນ, ໂຄງການ, ເວລາຈັດກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ແລະ ລາຍງານໝາກຜົນການຕອບຄຳຖາມຂອງບັນດາກະຊວງ, ຂະແໜງການສູນກາງ ແລະ ພະແນກ, ຂະແໜງການທ້ອງຖິ່ນສຳລັບບັນດາຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງແຂວງ ບັກນິງ ທີ່ກອງປະຊຸມຄັ້ງກ່ອນ. ທ່ານ To Huy Rua ຫົວໜ້າຄະນະຈັດຕັ້ງສູນກາງ ໄດ້ຮັບຮູ້, ອະພິປາຍບາງບັນຫາເຊິ່ງຜູ້ມີສິດເລືອກຕັ້ງມີຄວາມສົນໃຈ, ສະເໜີໃຫ້ບັນດາຂະແໜງການທີ່ມີໜ້າທີ່ຮັບຜິດຊອບຂອງແຂວງເອົາໃຈໃສ່ແກ້ໄຂບັນດາຂໍ້ສະເໜີແນະທີ່ນອນໃນຂອບເຂດສິດອຳນາດຂອງຕົນ. ທ່ານ To Huy Rua ໄດ້ເນັ້ນໜັກວ່າ: ບັນດາສະມາຊິກສະພາແຫ່ງຊາດຈະເຮັດຈົນສຸດຄວາມສາມາດຂອງຕົນໃນບົດບາດ, ໜ້າທີ່ຂອງພະນັກງານຊຶ່ງໄດ້ຮັບການເລືອກຕັ້ງຈາກປະຊາຊົນ, ສະຫຼຸບບັນດາຄຳເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງຢ່າງເຂັ້ມງວດ ເພື່ອສະເໜີຕໍ່ບັນດາອົງການທີ່ມີໜ້າທີ່ຮັບພິດຊອບພິຈາລະຈາ, ແກ້ໄຂ ແລະ ຍື່ນສະເໜີຕໍ່ສະພາແຫ່ງຊາດໃນສະໄໝປະຊຸມຈະມາເຖິງ.
ແລະກໍໃນວັນດຽວກັນ, ຄະນະສະມາຊິກສະພາແຫ່ງຊາດແຂວງ ອານຢາງ ແລະ ວິ້ງລອງ ກໍຈັດຕັ້ງບັນດາການພົບປະກັບຜູ້ມີສິດເລືອກຕັ້ງໃນບໍລິເວນແຂວງ.