ຄະນະອະດີດນັກສຶກສາຫວຽດນາມຢູ່ລາວຕອບບຸນແທນຄຸນຄູອາຈານລາວ

ຄະນະອະດີດນັກສຶກສາຫວຽດນາມຢູ່ລາວຕອບບຸນແທນຄຸນຄູອາຈານລາວ - ảnh 1
ຄະ​ນະ​ອະ​ດີດ​ນັກ​ສຶກ​ສາ​ຫວຽດ​ນາມ​ຢູ່​ລາວ​ຕອບ​ບຸນ​ແທນ​ຄຸນ​ຄູ​ອາ​ຈານ​ລາວ

(vovworld) - ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງວັນ​ຄູ ລາວ (7/10), ຕອນ​ບ່າ​ຍວ​ັນ​ທີ 6/10, ຄະ​ນະ​ອະ​ດີດ​ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ລາວ ໄດ້​ໄປ​ອວຍ​ພອນ​ບັນ​ດາ​ຄູ​ອາ​ຈານ ລາວ ຢູ່ພະແນກພາສາສາດ ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ, ປະ​ກອບ​ສ່ວນ​ເພີ່ມ​ພຸນ​ຄຸນ​ສ້າງ​ສາຍ​ພົ​ວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ໃຫ້ນັບ​ມື້​ນັບ​ພັດ​ທະ​ນາ. ທີ່​ການ​ຕ້ອນ​ຮັບ, ສາດ​ສະ​ດາ​ຈານ ບົ​ວ​ລີ ປະ​ພາ​ພັນ, ອະ​ດີດ​ຫົວ​ໜ້າ​ພະ​ແນກ, ພ້ອມ​ກັບ​ບັນ​ດາ​ຄູ​ອາ​ຈານ​ຂອງ ພະ​ແນກ ສະແດງ​ຄວາມ​ສະ​ເທືອນ​ໃຈ ແລະ ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ນັກ​ສຶກ​ສາ ຫວຽດ​ນາມ ລຸ້ນ​ຕ່າງ​ໆ​ທີ່ໄດ້​ຮ່ຳ​ຮຽນ​ຢູ່​ພະ​ແນກ. ຫົວ​ໜ້າ​ພະ​ແນກພາສາສາດ, ອາ​ຈານ ແສງ​ຟ້າ ເນັ້ນ​ໜັກ​ວ່າ: ນັກ​ສຶກ​ສາ ຫວຽດ​ນາມ ລຸ່ນ​ຕ່າງໆ ທີ່​ໄດ້ ແລະ ພວມ​ຮ່ຳ​ຮຽນ​ຢູ່ ລາວ ຍາມ​ໃດ​ກໍ່​ແມ່ນ​ຂົວ​ເຊື່ອມ​ຕໍ່​ເພີ່ມ​ພຸນ​ຄຸນ​ສ້າງສາຍ​ພົວ​ພັນ​ລະ​ຫວ່າງ ລາວ - ຫວຽດ​ນາມ ໃຫ້​ສວຍ​ສົດ​ງົດ​ງາມ, ໝັ້ນ​ຄົງ​ທະ​ນົງ​ແຄມ​ໄປ​ທົ່ວ​ກະ​ລະ​ນານ.

 


ຂ່າວ/ບົດ​ອື່ນ