ຄະນະຮັບຜິດຊອບວຽກງານການເມືອງສູນກາງເລີ່ມເຄື່ອນໄຫວ

ຄະນະຮັບຜິດຊອບວຽກງານການເມືອງສູນກາງເລີ່ມເຄື່ອນໄຫວ - ảnh 1
ທ່ານ ຟ້າ​ມ​ແອ​ງຕ໋ວນ, ຮອງ​ຫົວໜ້າ​ຄະນະ​ຮັບຜິດຊອບວຽກ​ງານ​ການ​ເມືອງ​ສູນ​ກາງ
(ພາບ: tienphong.vn)

(vovworld) – ວັນ​ທີ 1/2, ຄະນະຮັບຜິດຊອບ​ວຽກ​ງານ​ການ​ເມືອງ​ສູນ​ກາງ​ເລີ່​ມ​ເຄື່ອນ​ໄຫວ. ທີ່​ກອງ​ປະຊຸມ​ຜັນ​ຂະຫຍາຍ​ກົດໝາຍ​ສະບັບ​ປັບປຸງ ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຫວ່າງ​ແລ້ວ​ນີ້, ທ່ານ ຟ້າ​ມ​ແອ​ງຕ໋ວນ, ຮອງ​ຫົວໜ້າ​ຄະນະ​ຮັບຜິດຊອບວຽກ​ງານ​ການ​ເມືອງ​ສູນ​ກາງ, ​ໃຫ້​ຮູ້​ວ່າ, ຄະນະ​ຮັບຜິດຊອບວຽກ​ງານ​ການ​ເມືອງ​ສູນ​ກາງ​ແມ່ນ​ອົງການ​ສັງກັດ​ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ຄະນະ​ນີ້​ໂດຍ​ກົມ​ການ​ເມືອງ​ສ້າງ​ຕັ້ງ​ຂຶ້ນ, ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ​ເປັນ​ຫົວໜ້າ​ຄະນະ, ​ເຊິ່ງຈະ​ຮັບຜິດຊອບ​ຕໍ່​ກົມ​ການ​ເມືອງ, ຄະນະ​ເລຂາ​ໃນ​ການ​ຊີ້​ນຳ, ການ​ປະສານສົມທົບ, ການກວດກາ ​​ແລະ ເລັ່ງລັດ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ທົ່ວ​ປະ​ເທດ. ທ່ານ ຟ້າ​ມ​ແອ​ງຕ໋ວນ, ​ໃຫ້​ຮູ້​ວ່າ:

“ກ່ຽວ​ກັບ​ບົດບາດ​ໜ້າ​ທີ່, ຄະນະ​ຮັບຜິດຊອບວຽກ​ງານ​ການ​ເມືອງ​ສູນ​ກາງ ​ແມ່ນ​ອົງການ​ເປັນ​ເສນາ​ທິການ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ​ເຊິ່ງ​ໂດຍ​ກົງ​ແມ່ນ​ກົມ​ການ​ເມືອງ, ຄະນະ​ເລຂາ ກ່ຽວ​ກັບ​ແຜນ​ນະ​ໂຍບາຍ ​ແລະ ບັນດາ​ນະ​ໂຍບາຍ​ໃຫຍ່​ທີ່​ຂຶ້ນ​ກັບ​ວຽກ​ງານ​ການ​ເມືອງ ​ແລະ ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ດ້ວຍ​ບົດບາດ​ໜ້າ​ທີ່​ນັ້ນ, ກົມ​ການ​ເມືອງ​ກໍ່​ຕົກລົງ 6 ໝວດໜ້າ​ທີ່ພື​ນຖານ​ໃຫ້ຄະນະຮັບຜິດຊອບ​ວຽກ​ງານ​ການ​ເມືອງ​ສູນ​ກາງ“

ຂ່າວ/ບົດ​ອື່ນ