( vovworld ) - ວັນທີ 12/2, ຄະນະເຈົ້າໜ້າທີ່ຂັ້ນສູງຂອງ ກຳປູເຈຍ ເຊິ່ງລວມມີ 25 ທ່ານ ໄດ້ເດີນທາງໄປຮອດປະເທດ ໄທ ເພື່ອເຂົ້າຮ່ວມວາລະປະຊຸມຄັ້ງທີ 5 ຂອງຄະນະກຳມະການປະສົມກ່ຽວກັບການຂີດເສັ້ນຊາຍແດນທາງບົກລະຫວ່າງ ໄທ - ກຳປູເຈຍ ( JBC ), ເຊິ່ງຖືກດຳເນີນແຕ່ວັນທີ 13 ຫາ 14/2. ນີ້ຈະແມ່ນວາລະປະຊຸມຄັ້ງທຳອິດໃນໄລຍະ 3 ປີທີ່ຜ່ານມາ, ນັບແຕ່ບັນດາວາລະປະຊຸມຂອງ JBC ຖືກຢຸດສະຫງັກເມື່ອປີ 2009 ຍ້ອນເກີດການປະທະກັນລະຫວ່າງທະຫານຂອງສອງປະເທດໃນຂົງເຂດຊາຍແດນທີ່ມີການພິພາດກັນ. ກ່າວຄຳເຫັນທີ່ສະໜາມບິນສາກົນ ພະນົມເປັນ ກ່ອນທີ່ຈະເດີນທາງໄປປະເທດ ໄທ, ທ່ານປະທານຄະນະກຳມະການຊາຍແດນ ກຳປູເຈຍ Va Kim Hong ໃຫ້ຮູ້ວ່າ, ການເຈລະຈາທີ່ຈະມາເຖິງຈະສຸມໃສ່ເຂົ້າໃນການວັດແທກເສັ້ນຊາຍແດນ ແລະ ຊອກຫາ 25 ຫຼັກໝາຍຊາຍແດນທີ່ຍັງ ເຫຼືອຢູ່ນອກພະວິຫານ Preah Vihear. ທ່ານ Va Kim Hong ຍັງເນັ້ນໜັກວ່າ ສຳລັບເຂດພະວິຫານ Preah Vihear, ທັງສອງຝ່າຍຕ້ອງລໍຖ້າສານຍຸດຕິທຳສາກົນເຮັດແຈ້ງຄວາມຕັດສິນຂອງສານເມືອປີ 1962 ເຊິ່ງກຽວຂ້ອງເຖິງພະວິຫານນີ້. ຕາມການຕີລາຄາຂອງທ່ານ Va Kim Hong ແລ້ວ, ການເຊື່ອມຕໍ່ວາລະປະຊຸມຕ່າງໆຂອງ JBC ແມ່ນບາດກ້າວຢ່າງຕັ້ງໜ້າເພື່ອມຸ້ງໄປເຖິງການແກ້ໄຂການພິພາດຊາຍແດນລະຫວ່າງສອງປະເທດ.