(vovworld) - ຕອນບ່າຍວັນທີ 16/03, ຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດການປະຊຸມປະກາດມະຕິຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການໃຫ້ສັດຕະຍາບັນຄະນະເລຂາ ແລະ ຜັນຂະຫຍາຍວຽກງານຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຊີ້ແຈ້ງວ່າ: ກອງປະຊຸມສະໄໝສາມັນຄັ້ງທີ 11 ແມ່ນກອງປະຊຸມສຸດທ້າຍຂອງອາຍຸການສະພາແຫ່ງຊາດຊຸດທີ 13. ນີ້ແມ່ນກອງປະຊຸມໄດ້ຮັບການຈັດຕັ້ງໃນໄລຍະສັ້ນ ແຕ່ມີວຽກງານຫຼາຍ ແລະ ມີຄວາມສຳຄັນຍິ່ງ: ຮັບຮອງເອົາບັນດາຮ່າງກົດໝາຍ, ສະຫຼຸບອາຍູ້ການຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ປະທານປະເທດ, ນາຍົກລັດຖະມົນຕີ, ບັນດາອົງການຍຸຕິທຳ, ພິຈາລະນາ, ແຕ່ງຕັ້ງບັນດາຕຳແໜ່ງການນຳລັດໃຫ້ສົມບູນແບບ.
ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ກໍແມ່ນກອງປະຊຸມທຳອິດທີ່ຂີດໝາຍການເຄື່ອນໄຫວຂອງເລຂາທິການໃຫຍ່ ແລະ ຄະນະເລຂາສະພາແຫ່ງຊາດ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ, ເລຂາທິການໃຫຍ່ ແລະ ບັນດາສະມາຊິກໃນຄະນະເລຂາສະພາແຫ່ງຊາດ ຈະອີ່ງໃສ່ໜ້າທີ່, ສິດ ທີ່ໄດ້ລະບຸໄວ້, ປະຕິບັດບັນດາໜ້າທີ່ກະກຽມດ້ານເນື້ອໃນທີ່ກ່ຽວຂ້ອງເຖິງລາຍການເຮັດວຽກຂອງສະພາແຫ່ງຊາດເປັນຢ່າງດີ, ເພື່ອໃຫ້ກອງປະຊຸມດຳເນີນສຳເລັດຜົນ, ເປັນພື້ນຖານເພື່ອຖອດຖອນບົດຮຽນໃຫ້ບັນດາອາຍຸການຂອງສະພາແຫ່ງຊາດຊຸດຕໍ່ໄປ.